Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ພວກເຂົາ​ມາ​ຈາກ​ໂລກ ແລະ ເຫດສະນັ້ນ​ຈຶ່ງ​ເວົ້າ​ຕາມ​ມູມມອງ​ຂອງ​ໂລກ ແລະ ໂລກ​ກໍ​ຟັງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຜູ້ທຳນວາຍ​ປອມ​ເຫຼົ່ານັ້ນ​ເວົ້າ​ກ່ຽວກັບ​ເລື່ອງ​ຂອງ​ໂລກ ແລະ​ເປັນ​ຂອງ​ໂລກ. ສະນັ້ນ ໂລກ​ຈຶ່ງ​ເຊື່ອຟັງ​ພວກເຂົາ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:5
15 Jak'a apnaqawi uñst'ayäwi  

“ແລ້ວ​ນາຍ​ຈຶ່ງ​ຍ້ອງຍໍ​ຜູ້ຈັດການ​ທີ່​ບໍ່​ສັດຊື່​ຄົນ​ນີ້​ເພາະ​ລາວ​ໄດ້​ເຮັດ​ຢ່າງ​ສະຫລາດ. ເພາະ​ຄົນ​ຝ່າຍ​ໂລກ​ນີ້​ສະຫລາດ​ຫລາຍ​ກວ່າ​ຄົນ​ຝ່າຍ​ຄວາມສະຫວ່າງ​ໃນ​ການ​ເຮັດ​ທຸລະກິດ​ກັບ​ຄົນ​ປະເພດ​ດຽວ​ກັນ.


ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ ໂລກ​ໄດ້​ກຽດຊັງ​ພວກເຂົາ​ເພາະ​ພວກເຂົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ອີກ​ຕໍ່ໄປ​ເໝືອນ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.


ພວກເຂົາ​ບໍ່​ເປັນ​ຂອງ​ໂລກ​ເໝືອນດັ່ງ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.


ຜູ້​ທີ່​ມາ​ຈາກ​ເບື້ອງເທິງ​ນັ້ນ​ກໍ​ຢູ່​ເໜືອ​ກວ່າ​ທຸກສິ່ງ, ຜູ້​ທີ່​ມາ​ຈາກ​ໂລກ​ກໍ​ເປັນ​ຂອງ​ໂລກ ແລະ ເວົ້າ​ຢ່າງ​ຄົນ​ທີ່​ມາ​ຈາກ​ໂລກ. ພຣະອົງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກສິ່ງ.


ແຕ່​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມາ​ຈາກ​ເບື້ອງລຸ່ມ ເຮົາ​ມາ​ຈາກ​ເບື້ອງເທິງ. ພວກເຈົ້າ​ເປັນ​ຂອງ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ໄດ້​ເປັນ​ຂອງ​ຝ່າຍ​ໂລກ​ນີ້.


ເພາະວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ຄົນ​ທັງຫລາຍ​ຈະ​ທົນ​ກັບ​ຄຳສອນ​ອັນ​ມີ​ຫລັກ​ບໍ່​ໄດ້. ກົງກັນຂ້າມ, ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ພວກເຂົາ ພວກເຂົາ​ຈະ​ຮວບຮວມ​ຄູ​ຈຳນວນ​ຫລາຍ​ໄວ້​ອ້ອມຂ້າງ​ພວກເຂົາ​ເພື່ອ​ເວົ້າ​ໃນ​ສິ່ງ​ທີ່​ຫູ​ຂອງ​ພວກເຂົາ​ຢາກ​ໄດ້​ຍິນ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka