Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ຖ້າ​ຜູ້ໃດ​ເວົ້າ​ວ່າ, “ຂ້າພະເຈົ້າ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ​ຢູ່ ຜູ້ນັ້ນ​ກໍ​ເປັນ​ຄົນ​ຂີ້ຕົວະ. ດ້ວຍວ່າ, ເມື່ອ​ລາວ​ບໍ່​ຮັກ​ພີ່ນ້ອງ​ທີ່​ຕາ​ເຫັນ​ແລ້ວ ຈະ​ສາມາດ​ຮັກ​ພຣະເຈົ້າ​ທີ່​ຕາ​ບໍ່​ເຫັນ​ໄດ້​ຢ່າງ​ໃດ?

Uka jalj uñjjattʼäta Copia luraña




1 ໂຢຮັນ 4:20
9 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ຮັກ​ເຊິ່ງກັນແລະກັນ ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ສາວົກ​ຂອງ​ເຮົາ”.


ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້,


ຖ້າ​ພວກເຮົາ​ອ້າງ​ວ່າ​ມີ​ຄວາມ​ສາມັກຄີທຳ​ກັບ​ພຣະອົງ​ແຕ່​ຍັງ​ເດີນ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ ແລະ ບໍ່​ໄດ້​ດຳເນີນຊີວິດ​ໂດຍ​ຄວາມຈິງ.


ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ມີ​ບາບ, ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ ຄວາມຈິງ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.


ແຕ່​ຜູ້ໃດ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມມືດ ແລະ ຍ່າງ​ວົນວຽນ​ຢູ່​ໃນ​ຄວາມມືດ. ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ​ເພາະວ່າ​ຄວາມມືດ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕາບອດ.


ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ສັ່ງ ຜູ້​ນັ້ນ​ກໍ​ເປັນ​ຄົນຕົວະ ແລະ ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ​ເລີຍ.


ຜູ້ໃດ​ທີ່​ອ້າງ​ວ່າ​ຢູ່​ໃນ​ຄວາມສະຫວ່າງ​ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມມືດ.


ຖ້າ​ຜູ້ໃດ​ມີ​ຊັບສິ່ງຂອງ ແລະ ເຫັນ​ພີ່ນ້ອງ​ຂອງ​ຕົນ​ຂັດສົນ​ແຕ່​ຍັງ​ບໍ່​ສົງສານ​ພວກເຂົາ, ຄວາມຮັກ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃນ​ຜູ້​ນັ້ນ​ໄດ້​ຢ່າງໃດ?


ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ​ພຣະເຈົ້າ; ແຕ່​ຖ້າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ, ພຣະເຈົ້າ​ກໍ​ດຳລົງຢູ່​ໃນ​ພວກເຮົາ ແລະ ຄວາມຮັກ​ຂອງ​ພຣະອົງ​ກໍ​ເຕັມບໍລິບູນ​ໃນ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka