Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ພວກເຮົາ​ຮັກ​ກໍ​ເພາະ​ພຣະອົງ​ໄດ້​ຮັກ​ພວກເຮົາ​ກ່ອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ຝ່າຍ​ເຮົາ​ທັງຫຼາຍ​ໄດ້​ຮັກ ເພາະ​ພຣະອົງ​ຊົງ​ຮັກ​ພວກເຮົາ​ກ່ອນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:19
9 Jak'a apnaqawi uñst'ayäwi  

ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ຄວາມບາບ​ທັງຫລາຍ​ຂອງ​ນາງ​ໄດ້​ຮັບ​ການ​ອະໄພ​ແລ້ວ​ຕາມ​ທີ່​ໄດ້​ເຫັນ​ຈາກ​ຄວາມຮັກ​ອັນ​ຫລວງຫລາຍ​ຂອງ​ນາງ ແຕ່​ຜູ້​ທີ່​ໄດ້​ຮັບ​ການ​ອະໄພ​ໜ້ອຍ​ກໍ​ຮັກ​ໜ້ອຍ”.


ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.


ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka