Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ໃນ​ຄວາມຮັກ​ບໍ່​ມີ​ຄວາມຢ້ານ. ແຕ່​ຄວາມຮັກ​ທີ່​ສົມບູນ​ກໍ​ຂັບໄລ່​ຄວາມຢ້ານ​ອອກ​ໄປ ເພາະວ່າ​ຄວາມຢ້ານ​ນັ້ນ​ກ່ຽວຂ້ອງ​ກັບ​ການລົງໂທດ. ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ມີ​ຄວາມຮັກ​ທີ່​ສົມບູນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ໃນ​ຄວາມຮັກ​ນັ້ນ ບໍ່ມີ​ຄວາມ​ຢ້ານ. ຄວາມຮັກ​ອັນ​ຄົບ​ບໍຣິບູນ​ກໍ​ຂັບໄລ່​ຄວາມ​ຢ້ານ​ທຸກຢ່າງ​ອອກ​ໄປ. ເຫດສະນັ້ນ ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ສຳເລັດ​ໃນ​ຄວາມຮັກ ເພາະ​ຄວາມ​ຢ້ານ​ມີ​ຄວາມ​ສຳພັນ​ກັບ​ການ​ລົງໂທດ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:18
11 Jak'a apnaqawi uñst'ayäwi  

ແຕ່​ພວກ​ຟາຣີຊາຍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.


ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.


ເພາະ​ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ໃຈ​ອັນ​ຢ້ານກົວ ແຕ່​ມອບ​ລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນ​ໃຫ້​ແກ່​ພວກເຮົາ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ກຳລັງ​ໄດ້​ຮັບ​ອານາຈັກ​ທີ່​ບໍ່​ສາມາດ​ສັ່ນສະເທືອນ​ໄດ້, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ ແລະ ນະມັດສະການ​ພຣະເຈົ້າ​ຕາມ​ທີ່​ສົມຄວນ​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ,


ເຈົ້າ​ເຊື່ອ​ວ່າ​ມີ​ພຣະເຈົ້າ​ອົງ​ດຽວ​ກໍ​ດີ​ແລ້ວ! ແມ່ນແຕ່​ພວກ​ຜີມານຮ້າຍ​ກໍ​ຍັງ​ເຊື່ອ​ຢ່າງ​ນັ້ນ ແລະ ຢ້ານ​ຈົນ​ໂຕສັ່ນ.


ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ​ພຣະເຈົ້າ; ແຕ່​ຖ້າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ, ພຣະເຈົ້າ​ກໍ​ດຳລົງຢູ່​ໃນ​ພວກເຮົາ ແລະ ຄວາມຮັກ​ຂອງ​ພຣະອົງ​ກໍ​ເຕັມບໍລິບູນ​ໃນ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka