Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຜູ້ໃດ​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ສະພາບ​ຂອງ​ພຣະອົງ​ຊົງ​ດຳລົງ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ບໍ່​ອາດ​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ຕົນ​ໄດ້​ບັງເກີດ​ຈາກ​ພຣະເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:9
18 Jak'a apnaqawi uñst'ayäwi  

ຕົ້ນໄມ້​ດີ​ຈະ​ເກີດ​ໝາກ​ບໍ່​ດີ​ກໍ​ບໍ່​ໄດ້ ແລະ ຕົ້ນໄມ້​ບໍ່​ດີ​ຈະ​ເກີດ​ໝາກ​ດີ​ກໍ​ບໍ່​ໄດ້.


ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ໃດ​ສາມາດ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ຖ້າ​ພວກເຂົາ​ບໍ່​ບັງເກີດ​ໃໝ່”.


ສຳລັບ​ພວກເຮົາ​ແລ້ວ, ຈະ​ໃຫ້​ພວກເຮົາ​ຢຸດ​ເວົ້າ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ​ກໍ​ບໍ່​ໄດ້”.


ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?


ເພາະວ່າ​ເນື້ອໜັງ​ປາຖະໜາ​ໃນ​ສິ່ງ​ທີ່​ກົງກັນຂ້າມ​ກັບ​ພຣະວິນຍານ ແລະ ພຣະວິນຍານ​ກໍ​ຂັດ​ກັບ​ເນື້ອໜັງ. ທັງ​ສອງ​ຂັດແຍ້ງ​ກັນ, ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ.


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິລັນດອນ ເຊິ່ງ​ພຣະເຈົ້າ​ຜູ້​ບໍ່​ກ່າວ​ຕົວະ​ໄດ້​ສັນຍາ​ໄວ້​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ


ເພາະ​ພວກເຈົ້າ​ໄດ້​ບັງເກີດ​ໃໝ່​ແລ້ວ, ບໍ່​ແມ່ນ​ເກີດ​ຈາກ​ເມັດພັນ​ອັນ​ເສື່ອມສູນ​ໄດ້ ແຕ່​ຈາກ​ເມັດພັນ​ອັນ​ບໍ່​ມີ​ເສື່ອມສູນ ຜ່ານທາງ​ພຣະຄຳ​ຂອງ​ພຣະເຈົ້າ​ອັນ​ມີຊີວິດ ແລະ ຕັ້ງໝັ້ນຄົງ​ຖາວອນ.


ຖ້າ​ພວກເຈົ້າ​ຮູ້ຈັກ​ວ່າ​ພຣະອົງ​ຊອບທຳ, ພວກເຈົ້າ​ກໍ​ຮູ້ຈັກ​ວ່າ​ທຸກຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໄດ້​ເກີດ​ຈາກ​ພຣະອົງ.


ບໍ່​ມີ​ຜູ້ໃດ​ທີ່​ຢູ່ໃນ​ພຣະອົງ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ. ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ບາບ​ຕໍ່ໄປ​ແລ້ວ​ໄດ້​ເຫັນ ແລະ ໄດ້​ຮູ້ຈັກ​ພຣະອົງ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ ເພາະ​ຄວາມຮັກ​ມາ​ຈາກ​ພຣະເຈົ້າ. ທຸກຄົນ​ທີ່​ຮັກ​ກໍ​ໄດ້​ເກີດ​ຈາກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຈົ້າ.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


ພວກເຮົາ​ຮູ້​ວ່າ​ຜູ້​ທີ່​ເກີດ​ຈາກ​ພຣະເຈົ້າ​ບໍ່​ເຮັດ​ບາບ​ຕໍ່ໄປ; ແຕ່​ພຣະອົງ​ຜູ້​ເກີດ​ຈາກ​ພຣະເຈົ້າ​ຄຸ້ມຄອງ​ພວກເຂົາ​ໄວ້​ໃຫ້​ປອດໄພ ແລະ ມານຊົ່ວຮ້າຍ​ບໍ່​ສາມາດ​ເຮັດ​ອັນຕະລາຍ​ຕໍ່​ພວກເຂົາ​ໄດ້.


ເພາະ​ທຸກຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ​ກໍ​ມີໄຊ​ເໜືອ​ໂລກ. ແມ່ນແຕ່​ຄວາມເຊື່ອ​ຂອງ​ພວກເຮົາ​ນີ້​ແຫລະ​ກໍ​ແມ່ນ​ໄຊຊະນະ​ທີ່​ມີໄຊ​ເໜືອ​ໂລກ.


ເພື່ອນ​ທີ່​ຮັກ​ເອີຍ, ຢ່າ​ເອົາ​ແບບຢ່າງ​ສິ່ງ​ທີ່​ຊົ່ວ​ແຕ່​ຈົ່ງ​ເອົາ​ແບບຢ່າງ​ສິ່ງ​ທີ່​ດີ. ຜູ້ໃດ​ທີ່​ເຮັດ​ດີ​ກໍ​ມາ​ຈາກ​ພຣະເຈົ້າ. ຜູ້​ທີ່​ເຮັດ​ຊົ່ວ​ກໍ​ບໍ່​ເຄີຍ​ເຫັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka