Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ພວກເຈົ້າ​ຮູ້​ວ່າ​ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຍົກ​ເອົາ​ບາບກຳ​ຂອງ​ມະນຸດ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ບາບ​ເລີຍ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:5
33 Jak'a apnaqawi uñst'ayäwi  

ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ, ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.


ພວກເຮົາ​ກໍ​ສົມຄວນ​ຖືກ​ລົງໂທດ​ແລ້ວ ເພາະ​ພວກເຮົາ​ກຳລັງ​ໄດ້​ຮັບ​ສິ່ງ​ທີ່​ສົມ​ກັບ​ການ​ກະທຳ​ທີ່​ພວກເຮົາ​ໄດ້​ເຮັດ. ແຕ່​ທ່ານ​ຜູ້​ນີ້​ບໍ່​ໄດ້​ເຮັດ​ຜິດ​ຫຍັງ​ເລີຍ”.


ເມື່ອ​ນາຍຮ້ອຍ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນີ້ ຈຶ່ງ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຄົນຊອບທຳ​ຢ່າງ​ແນ່ນອນ”.


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເຫດຜົນ​ທີ່​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ກໍ​ເພື່ອ​ໃຫ້​ພຣະອົງ​ເປັນ​ທີ່​ປາກົດແຈ້ງ​ແກ່​ປະຊາຊົນ​ອິດສະຣາເອນ”.


ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ ເພາະ​ຜູ້ປົກຄອງ​ໂລກ​ນີ້​ກຳລັງ​ຈະ​ມາ. ຜູ້​ນັ້ນ​ບໍ່​ມີ​ສິດອຳນາດ​ເໜືອ​ເຮົາ.


ໃນ​ພວກເຈົ້າ​ມີ​ຜູ້ໃດ​ແດ່​ທີ່​ພິສູດ​ໄດ້​ວ່າ​ເຮົາ​ເຮັດ​ບາບ? ຖ້າ​ເຮົາ​ເວົ້າ​ຄວາມຈິງ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ?


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ເພາະ​ພວກເຮົາ​ບໍ່​ໄດ້​ມີ​ມະຫາ​ປະໂລຫິດ​ທີ່​ບໍ່​ສາມາດ​ຈະ​ເຫັນອົກເຫັນໃຈ​ໃນ​ຄວາມອ່ອນແອ​ທັງ​ຫລາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ມີ​ພຣະອົງ​ຜູ້​ທີ່​ຖືກ​ທົດລອງ​ໃນ​ທຸກ​ທາງ​ເໝືອນ​ຢ່າງ​ພວກເຮົາ, ເຖິງປານນັ້ນ​ພຣະອົງ​ກໍ​ຍັງ​ບໍ່​ໄດ້​ເຮັດ​ບາບ.


ມະຫາ​ປະໂລຫິດ​ຢ່າງ​ນີ້​ແຫລະ​ທີ່​ຕອບສະຫນອງ​ຄວາມຈຳເປັນ​ຂອງ​ພວກເຮົາ​ໄດ້ ຄື​ປະໂລຫິດ​ຜູ້​ບໍລິສຸດ, ບໍ່​ມີ​ຕຳໜິ, ບໍ່ມີມົນທິນ, ແຍກ​ຈາກ​ບັນດາ​ຄົນບາບ, ເປັນ​ທີ່​ເທີດທູນ​ເໜືອ​ຟ້າສະຫວັນ.


ບໍ່​ດັ່ງນັ້ນ​ພຣະຄຣິດເຈົ້າ​ຄົງ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ເທື່ອ​ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ. ແຕ່​ບັດນີ້​ພຣະອົງ​ປາກົດ​ໃນ​ຕອນທ້າຍ​ຍຸກ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ເພື່ອ​ກຳຈັດ​ຄວາມບາບ​ໃຫ້​ໝົດ​ໄປ​ໂດຍ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພຣະອົງ​ໄດ້​ໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ວິຖີ​ຊີວິດ​ອັນ​ບໍ່​ມີ​ປະໂຫຍດ ເຊິ່ງ​ພວກເຈົ້າ​ໄດ້​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ ບໍ່​ໄດ້​ໄຖ່​ດ້ວຍ​ສິ່ງ​ທີ່​ເສື່ອມສູນ​ໄປ​ເຊັ່ນ​ເງິນ ຫລື ຄຳ,


ພຣະອົງ​ໄດ້​ເລືອກ​ພຣະຄຣິດເຈົ້າ​ໄວ້​ຕັ້ງແຕ່​ກ່ອນ​ສ້າງ​ໂລກ ແຕ່​ໄດ້​ໃຫ້​ພຣະຄຣິດເຈົ້າ​ປາກົດ​ໃນ​ວາລະ​ສຸດທ້າຍ​ນີ້​ເພື່ອ​ເຫັນແກ່​ພວກເຈົ້າ​ທັງຫລາຍ.


“ພຣະອົງ​ບໍ່​ໄດ້​ເຮັດ​ບາບ ແລະ ບໍ່​ມີ​ຄຳ​ຫລອກລວງ​ໃນ​ປາກ​ຂອງ​ພຣະອົງ”


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ຊີວິດ​ນີ້​ໄດ້​ປາກົດ​ຂຶ້ນ​ແລ້ວ, ພວກເຮົາ​ໄດ້​ເຫັນ, ໄດ້​ເປັນພະຍານ ແລະ ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ດຳລົງ​ຢູ່​ກັບ​ພຣະບິດາເຈົ້າ ແລະ ໄດ້​ປາກົດ​ແກ່​ພວກເຮົາ.


ແຕ່​ຖ້າ​ພວກເຮົາ​ເດີນ​ຢູ່​ໃນ​ຄວາມສະຫວ່າງ​ເໝືອນດັ່ງ​ພຣະອົງ​ຢູ່​ໃນ​ຄວາມສະຫວ່າງ, ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ດ້ວຍ​ກັນ ແລະ ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ​ກໍ​ຊຳລະ​ພວກເຮົາ​ຈາກ​ຄວາມບາບ​ທັງໝົດ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


ຖ້າ​ພວກເຈົ້າ​ຮູ້ຈັກ​ວ່າ​ພຣະອົງ​ຊອບທຳ, ພວກເຈົ້າ​ກໍ​ຮູ້ຈັກ​ວ່າ​ທຸກຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໄດ້​ເກີດ​ຈາກ​ພຣະອົງ.


ຜູ້​ທີ່​ເຮັດບາບ​ກໍ​ມາ​ຈາກ​ມານຮ້າຍ ເພາະ​ມານຮ້າຍ​ເຮັດ​ບາບ​ມາ​ຕັ້ງແຕ່​ປະຖົມມະການ. ເຫດຜົນ​ທີ່​ພຣະບຸດ​ຂອງ​ພຣະເຈົ້າ​ມາ​ປາກົດ​ກໍ​ຄື​ເພື່ອ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka