ເຫດສະນັ້ນ ຖ້າຜູ້ໃດບໍ່ເຊື່ອຟັງບັນດາຄຳສັ່ງຂໍ້ເລັກນ້ອຍທີ່ສຸດ ແລະ ສອນຄົນອື່ນໃຫ້ເຮັດຕາມ, ຜູ້ນັ້ນຈະຖືກເອີ້ນວ່າເປັນຜູ້ເລັກນ້ອຍທີ່ສຸດໃນອານາຈັກສະຫວັນ, ສ່ວນຜູ້ທີ່ປະຕິບັດຕາມກົດບັດຍັດ ແລະ ສັ່ງສອນຄົນອື່ນໃຫ້ປະຕິບັດຕາມຄຳສັ່ງເຫລົ່ານີ້ຈະຖືກເອີ້ນວ່າເປັນຜູ້ຍິ່ງໃຫຍ່ໃນອານາຈັກສະຫວັນ.