Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ຖ້າ​ຫາກ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ຮູ້​ແລ້ວ​ວ່າ​ພຣະເຈົ້າ​ຍິ່ງໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ ພຣະອົງ​ຮູ້ຈັກ​ທຸກສິ່ງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ຖ້າ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ໃສ່​ພວກເຮົາ​ເອງ ພວກເຮົາ​ກໍ​ຮູ້​ວ່າ​ພຣະເຈົ້າ​ໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ​ພຣະອົງ​ກໍ​ຊົງ​ຮູ້​ທຸກໆ​ສິ່ງ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:20
23 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


ໃນ​ເວລາ​ນັ້ນ, ບັນດາ​ຄົນ​ທີ່​ໄດ້​ຍິນ​ກໍ​ເລີ່ມ​ໜີ​ອອກໄປ​ເທື່ອ​ລະ​ຄົນ ເລີ່ມ​ຈາກ​ຜູ້ເຖົ້າ​ກ່ອນ​ຈົນ​ເຫລືອ​ແຕ່​ພຣະເຢຊູເຈົ້າ​ກັບ​ຍິງ​ຄົນ​ນັ້ນ​ທີ່​ຍັງ​ຢືນ​ຢູ່​ທີ່​ນັ້ນ.


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ຕ້ອງການ​ຈະ​ຂ້າ​ພວກ​ອັກຄະສາວົກ.


ຜູ້ໃດ​ຈະ​ກ່າວໂທດ​ໄດ້​ອີກ? ບໍ່​ມີ​ຜູ້ໃດ. ພຣະເຢຊູຄຣິດເຈົ້າ​ຜູ້​ຕາຍ ແລະ ຫລາຍກວ່າ​ນັ້ນ​ອີກ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ບັດນີ້ ພຣະອົງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ ແລະ ກຳລັງ​ອະທິຖານ​ອ້ອນວອນ​ເພື່ອ​ພວກເຮົາ​ດ້ວຍ.


ຈິດສຳນຶກ​ຂອງ​ເຮົາ​ກໍ​ຊັດເຈນ, ແຕ່​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມຜິດ. ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້​ຕັດສິນ​ເຮົາ.


ເຈົ້າ​ແນ່ໃຈ​ໄດ້​ວ່າ​ຄົນ​ແບບ​ນີ້​ເປັນ​ຄົນ​ບິດເບືອນ ແລະ ບາບ​ຫລາຍ; ການກະທຳ​ຂອງ​ພວກເຂົາ​ຈະ​ພິພາກສາ​ໂຕ​ພວກເຂົາ​ເອງ.


ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.


ເມື່ອ​ພຣະເຈົ້າ​ເຮັດ​ຄຳ​ສັນຍາ​ຂອງ​ພຣະອົງ​ຕໍ່​ອັບຣາຮາມ​ນັ້ນ, ເນື່ອງຈາກ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ທີ່​ພຣະອົງ​ຈະ​ອ້າງ​ເຖິງ​ໃນ​ຄຳສາບານ, ພຣະອົງ​ຈຶ່ງ​ສາບານ​ໂດຍ​ອ້າງ​ເຖິງ​ພຣະອົງ​ເອງ,


ນີ້​ຄື​ວິ​ທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກເຮົາ​ພັກສະຫງົບ​ຕໍ່ໜ້າ​ພຣະເຈົ້າ​ຄື:


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ພວກເຈົ້າ​ມາ​ຈາກ​ພຣະເຈົ້າ ແລະ ໄດ້​ຊະນະ​ພວກເຂົາ​ເຫລົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຢູ່​ໃນ​ພວກເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ນັ້ນ​ທີ່​ຢູ່​ໃນ​ໂລກ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka