Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພວກ​ທີ່ຮັກ​ເອີຍ, ບັດນີ້​ເຮົາ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ແລະ​ຍັງ​ບໍ່ໄດ້​ຊົງ​ສຳແດງ​ໃຫ້​ຮູ້​ຄັກ​ວ່າ ຕໍ່ໄປ​ພວກເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ນັ້ນ ເຮົາ​ທັງຫລາຍ​ຈະ​ເປັນ​ເໝືອນ​ພຣະອົງ ເພາະວ່າ​ພວກເຮົາ​ຈະ​ເຫັນ​ພຣະອົງ ຢ່າງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:2
37 Jak'a apnaqawi uñst'ayäwi  

ຜູ້ໃດ​ມີ​ໃຈ​ບໍລິສຸດ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ.


“ຈະ​ເປັນ​ດັ່ງ​ນີ້​ແຫລະ​ໃນ​ວັນ​ທີ່​ບຸດມະນຸດ​ມາ.


ແລະ ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ທີ່​ຕາຍ​ບໍ່​ເປັນ. ພວກເຂົາ​ເປັນ​ລູກ​ຂອງ​ພຣະເຈົ້າ ເພາະ​ພວກເຂົາ​ເປັນ​ລູກ​ແຫ່ງ​ການ​ເປັນຄືນມາຈາກຕາຍ.


ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ, ພຣະອົງ​ກໍ​ໃຫ້​ສິດ​ເປັນ​ບຸດ​ຂອງ​ພຣະເຈົ້າ


ແລະ ບໍ່​ພຽງ​ແຕ່​ຊົນຊາດ​ນີ້​ເທົ່ານັ້ນ​ແຕ່​ຍັງ​ຕາຍ​ເພື່ອ​ລູກ​ຂອງ​ພຣະເຈົ້າ​ທີ່​ກະຈັດກະຈາຍ​ຢູ່, ເພື່ອ​ນໍາ​ພວກເຂົາ​ເຂົ້າ​ມາ​ຮວມ​ກັນ​ເປັນ​ອັນໜຶ່ງອັນດຽວກັນ.


“ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.


ພຣະວິນຍານ​ເອງ​ໄດ້​ຢືນຢັນ​ຮ່ວມ​ກັບ​ຈິດວິນຍານ​ຂອງ​ພວກເຮົາ​ວ່າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະເຈົ້າ.


ເຮົາ​ເຫັນ​ວ່າ​ຄວາມທຸກທໍລະມານ​ຂອງ​ພວກເຮົາ​ໃນ​ປັດຈຸບັນ​ແມ່ນ​ທຽບ​ບໍ່​ໄດ້​ກັບ​ສະຫງ່າລາສີ​ທີ່​ຈະ​ເປີດເຜີຍ​ໃນ​ພວກເຮົາ.


ເພາະ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ຈົດຈໍ່​ຄອຍຖ້າ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.


ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.


ເພາະວ່າ​ເວລາ​ນີ້ ພວກເຮົາ​ເຫັນ​ແຕ່​ເງົາ​ສະທ້ອນ​ເໝືອນ​ເບິ່ງ​ໃນ​ແວ່ນ; ໃນ​ເວລາ​ນັ້ນ​ພວກເຮົາ​ຈະ​ເຫັນ​ກັນ​ໜ້າຕໍ່ໜ້າ. ໃນ​ເວລາ​ນີ້​ເຮົາ​ຮູ້ຈັກ​ພຽງ​ບາງສ່ວນ; ໃນ​ເວລາ​ນັ້ນ​ເຮົາ​ຈະ​ຮູ້ຈັກ​ທຸກສິ່ງ, ແຕ່​ເໝືອນດັ່ງ​ເຮົາ​ເປັນ​ທີ່​ຮູ້ຈັກ​ຢ່າງ​ສົມບູນ​ແລ້ວ.


ແລະ ເຊັ່ນດຽວ​ກັນ​ກັບ​ພວກເຮົາ​ເກີດ​ມາ​ມີ​ລັກສະນະ​ເໝືອນ​ກັບ​ຄົນ​ຝ່າຍ​ໂລກ​ຢ່າງໃດ ພວກເຮົາ​ກໍ​ຈະ​ມີ​ລັກສະນະ​ເໝືອນ​ກັບ​ຄົນ​ຈາກ​ສະຫວັນ​ຢ່າງນັ້ນ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ສິ່ງ​ທີ່​ຕາ​ບໍ່​ເຫັນ, ສິ່ງ​ທີ່​ຫູ​ບໍ່​ໄດ້​ຍິນ ແລະ ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ຄື​ສິ່ງ​ທີ່​ພຣະເຈົ້າ​ຈັດຕຽມ​ໄວ້​ສຳລັບ​ຄົນ​ເຫລົ່ານັ້ນ​ຜູ້​ທີ່​ຮັກ​ພຣະອົງ”.


ແລະ ພວກເຮົາ​ທຸກຄົນ ຜູ້​ບໍ່​ມີ​ຜ້າປົກໜ້າ​ກໍ​ຄຳນຶງ​ເຖິງ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ກຳລັງ​ໄດ້​ຮັບ​ການປ່ຽນແປງ​ໃຫ້​ມີ​ລັກສະນະ​ເໝືອນ​ພຣະອົງ​ດ້ວຍ​ສະຫງ່າລາສີ​ທີ່​ເພີ່ມ​ທະວີ​ຂຶ້ນ ຄື​ສະຫງ່າລາສີ​ທີ່​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ພຣະວິນຍານ.


ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.


ດັ່ງນັ້ນ ໃນ​ພຣະຄຣິດເຈົ້າເຢຊູ ພວກເຈົ້າ​ທຸກຄົນ​ຈຶ່ງ​ເປັນ​ລູກ​ຂອງ​ພຣະເຈົ້າ​ໂດຍ​ທາງ​ຄວາມເຊື່ອ.


ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.


ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນເໝືອນ​ກາຍ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ລິດອຳນາດ​ທີ່​ປາບ​ທຸກສິ່ງ​ໄວ້​ໃຕ້​ການບັງຄັບ​ຂອງ​ພຣະອົງ.


ເມື່ອໃດ​ທີ່​ພຣະຄຣິດເຈົ້າ​ຜູ້​ເປັນ​ຊີວິດ​ຂອງ​ພວກເຈົ້າ​ມາ​ປາກົດ ເມື່ອນັ້ນ​ແຫລະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ພ້ອມ​ກັບ​ພຣະອົງ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ໂດຍ​ຜ່ານທາງ​ສິ່ງ​ເຫລົ່ານີ້​ພຣະອົງ​ໄດ້​ໃຫ້​ສັນຍາ​ອັນ​ຍິ່ງໃຫຍ່ ແລະ ລ້ຳຄ່າ​ຂອງ​ພຣະອົງ​ແກ່​ພວກເຮົາ. ເພື່ອ​ວ່າ​ໂດຍ​ຜ່ານທາງ​ສັນຍາ​ເຫລົ່ານີ້​ພວກເຈົ້າ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ລັກສະນະ​ຂອງ​ພຣະເຈົ້າ ແລະ ພົ້ນ​ຈາກ​ຄວາມເສື່ອມຊາມ​ໃນ​ໂລກ​ທີ່​ເກີດ​ຈາກ​ຄວາມປາຖະໜາ​ຊົ່ວ.


ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ບໍ່​ໄດ້​ຂຽນ​ຄຳສັ່ງ​ຂໍ້​ໃໝ່​ມາ​ເຖິງ​ພວກເຈົ້າ ແຕ່​ນີ້​ເປັນ​ຄຳສັ່ງ​ເກົ່າ​ທີ່​ພວກເຈົ້າ​ມີ​ມາ​ຕັ້ງແຕ່​ເລີ່ມຕົ້ນ​ແລ້ວ. ຄຳສັ່ງ​ເກົ່າ​ນີ້​ແມ່ນ​ຂໍ້ຄວາມ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ.


ເບິ່ງແມ, ຄວາມຮັກ​ທີ່​ພຣະບິດາເຈົ້າ​ມີ​ຕໍ່​ພວກເຮົາ​ທັງຫລາຍ​ນັ້ນ​ຍິ່ງໃຫຍ່​ປານ​ໃດ, ເຊິ່ງ​ພວກເຮົາ​ຄວນ​ຖືກ​ເອີ້ນ​ວ່າ ບັນດາ​ລູກ​ຂອງ​ພຣະເຈົ້າ! ແລະ ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດຜົນ​ທີ່​ໂລກ​ບໍ່​ຮູ້ຈັກ​ພວກເຮົາ​ກໍ​ເພາະ​ໂລກ​ບໍ່​ຮູ້ຈັກ​ພຣະອົງ.


ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ​ຄື: ຜູ້ໃດ​ກໍ​ຕາມ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຫລື ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


ເຮົາ​ຈະ​ມອບ​ດາວ​ອາລຸນ​ໃຫ້​ແກ່​ຜູ້​ນັ້ນ​ດ້ວຍ.


ພວກເຂົາ​ທັງຫລາຍ​ຈະ​ເຫັນ​ໜ້າ​ຂອງ​ພຣະອົງ ແລະ ມີ​ຊື່​ຂອງ​ພຣະອົງ​ຈະ​ຢູ່​ເທິງ​ໜ້າຜາກ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka