Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ນີ້​ຄື​ວິ​ທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກເຮົາ​ພັກສະຫງົບ​ຕໍ່ໜ້າ​ພຣະເຈົ້າ​ຄື:

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ຄື​ພວກເຮົາ​ມີ​ຄວາມ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:19
15 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ຮັກ​ເຊິ່ງກັນແລະກັນ ທຸກຄົນ​ກໍ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ສາວົກ​ຂອງ​ເຮົາ”.


ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.


ເພາະ​ເຊື່ອໝັ້ນ​ເຕັມ​ທີ່​ວ່າ​ພຣະເຈົ້າ​ມີ​ລິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.


ເພາະ​ເຮົາ​ເຊື່ອໝັ້ນ​ວ່າ ບໍ່​ວ່າ​ຄວາມຕາຍ ຫລື ຊີວິດ, ບໍ່​ວ່າ​ເທວະດາ ຫລື ຜີມານຮ້າຍ, ບໍ່​ວ່າ​ໃນ​ປັດຈຸບັນ ຫລື ໃນ​ອະນາຄົດ ຫລື ລິດອຳນາດ​ໃດໆ,


ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ຄົນ​ທັງປວງ​ເຫລົ່ານີ້​ໄດ້​ຕາຍ​ໄປ​ຂະນະ​ທີ່​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ພວກເພິ່ນ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ພວກເພິ່ນ​ພຽງ​ແຕ່​ໄດ້​ເຫັນ ແລະ ຕ້ອນຮັບ​ໄວ້​ຕັ້ງແຕ່​ຢູ່​ໄກ ແລະ ຍອມຮັບ​ວ່າ​ພວກເພິ່ນ​ເປັນ​ພຽງ​ຄົນຕ່າງຖິ່ນ ແລະ ຄົນແປກໜ້າ​ໃນ​ໂລກ​ນີ້.


ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ມີ​ບາບ, ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ ຄວາມຈິງ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.


ເຮົາ​ບໍ່​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ຄວາມຈິງ ແຕ່​ເພາະວ່າ​ພວກເຈົ້າ​ຮູ້ຈັກ​ຄວາມຈິງ​ນັ້ນ ແລະ ເພາະ​ບໍ່​ມີ​ຄວາມຕົວະ​ທີ່​ມາ​ຈາກ​ຄວາມຈິງ.


ພວກເຮົາ​ຮູ້ຈັກ​ແລ້ວ​ວ່າ​ພວກເຮົາ​ໄດ້​ຜ່ານພົ້ນ​ຄວາມຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ, ເພາະວ່າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມຕາຍ.


ຖ້າ​ຫາກ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ຮູ້​ແລ້ວ​ວ່າ​ພຣະເຈົ້າ​ຍິ່ງໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ ພຣະອົງ​ຮູ້ຈັກ​ທຸກສິ່ງ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka