Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ລູກ​ນ້ອຍ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ດ້ວຍ​ຄວາມ​ເວົ້າ​ແລະ​ດ້ວຍ​ປາກ​ເທົ່ານັ້ນ, ແຕ່​ຈົ່ງ​ສະແດງ​ຄວາມຮັກ​ອັນ​ແທ້ຈິງ​ດ້ວຍ​ການ​ກະທຳ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:18
18 Jak'a apnaqawi uñst'ayäwi  

ເພາະ​ເພິ່ນ​ຮັກ​ຊົນຊາດ​ຂອງ​ພວກເຮົາ ແລະ ໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ”.


ເພາະ​ເຫັນ​ແກ່​ພວກເຂົາ ຂ້ານ້ອຍ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍລິສຸດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຢ່າງ​ແທ້ຈິງ​ເໝືອນກັນ.


ຈົ່ງ​ຮັກ​ດ້ວຍ​ຄວາມ​ຈິງໃຈ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວ ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ໄດ້​ຖືກ​ເອີ້ນ​ນັ້ນ​ກໍ​ເພື່ອ​ເສລີພາບ. ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເພື່ອ​ເຮັດ​ຕາມ​ເນື້ອໜັງ; ແຕ່​ຈົ່ງ​ຮັບໃຊ້​ກັນແລະກັນ​ດ້ວຍ​ຄວາມຖ່ອມຕົວ​ໃນ​ຄວາມຮັກ.


ແຕ່​ການ​ກ່າວຄວາມຈິງ​ດ້ວຍ​ຄວາມຮັກ, ພວກເຮົາ​ຈະ​ເຕີບໃຫຍ່​ຂຶ້ນ​ໃນ​ທຸກ​ດ້ານ​ຈົນ​ເຖິງ​ຄວາມ​ເປັນ​ຜູ້ໃຫຍ່​ໃນ​ພຣະ​ກາຍ​ຂອງ​ພຣະອົງ​ຜູ້​ເປັນ​ຫົວ, ຄື​ພຣະຄຣິດເຈົ້າ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປ່ອຍ​ໃຫ້​ຜູ້ໃດ​ມາ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງຜິດ. ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ເປັນ​ຜູ້ຊອບທຳ ເໝືອນດັ່ງ​ທີ່​ພຣະອົງ​ຊອບທຳ.


ຈາກ ຜູ້​ອາວຸໂສ, ເຖິງ​ທ່ານ​ສຸພາບສະຕີ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ກັບ​ລູກ​ທັງຫລາຍ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ ແລະ ບໍ່​ແມ່ນ​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ລວມ​ທັງ​ຄົນ​ທັງປວງ​ທີ່​ຮູ້ຈັກ​ຄວາມ​ຈິງ​ດ້ວຍ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ຜູ້ປົກຄອງ, ເຖິງ​ໄຄໂຢ ເພື່ອນ​ທີ່ຮັກ, ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka