Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ຖ້າ​ຜູ້ໃດ​ມີ​ຊັບສິ່ງຂອງ ແລະ ເຫັນ​ພີ່ນ້ອງ​ຂອງ​ຕົນ​ຂັດສົນ​ແຕ່​ຍັງ​ບໍ່​ສົງສານ​ພວກເຂົາ, ຄວາມຮັກ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃນ​ຜູ້​ນັ້ນ​ໄດ້​ຢ່າງໃດ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ແຕ່​ຖ້າ​ຜູ້ໃດ​ມີ​ຊັບສົມບັດ​ໃນ​ໂລກນີ້ ແລະ​ເຫັນ​ພີ່ນ້ອງ​ຂອງຕົນ​ຂັດສົນ ແລ້ວ​ຍັງ​ບໍ່​ຍອມ​ມີ​ໃຈ​ເມດຕາ​ຊ່ວຍເຫລືອ​ຜູ້ນັ້ນ ຄວາມຮັກ​ຕໍ່​ພຣະເຈົ້າ​ຈະ​ດຳລົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ​ໃດ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:17
17 Jak'a apnaqawi uñst'ayäwi  

ໂຢຮັນ​ຕອບ​ວ່າ, “ຄົນ​ທີ່​ມີ​ເສື້ອ​ສອງ​ໂຕ​ຈົ່ງ​ແບ່ງປັນ​ໃຫ້​ແກ່​ຄົນ​ທີ່​ບໍ່​ມີ, ແລ້ວ​ຜູ້ໃດ​ທີ່​ມີ​ອາຫານ​ກໍ​ຈົ່ງ​ແບ່ງປັນ​ໃຫ້​ແກ່​ຄົນ​ທີ່​ບໍ່​ມີ​ເໝືອນກັນ”.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄວາມດີ ແລະ ແບ່ງປັນ​ໃຫ້​ແກ່​ຜູ້ອື່ນ, ເພາະ​ພຣະເຈົ້າ​ພໍໃຈ​ເຄື່ອງບູຊາ​ຢ່າງ​ນີ້.


ສົມມຸດ​ວ່າ​ມີ​ພີ່ນ້ອງ​ຄົນ​ໃດ​ບໍ່​ມີ​ເຄື່ອງນຸ່ງຫົ່ມ ແລະ ອາຫານ​ປະຈຳວັນ.


ຖ້າ​ມີ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ, ຮັກສາ​ຮ່າງກາຍ​ໃຫ້​ອົບອຸ່ນ ແລະ ກິນ​ໃຫ້​ອີ່ມ​ສາ”, ແຕ່​ບໍ່​ໄດ້​ໃຫ້​ສິ່ງຂອງ​ໃດໆ​ທີ່​ຈຳເປັນ​ຝ່າຍຮ່າງກາຍ​ຂອງ​ພວກເຂົາ​ຈະ​ມີ​ປະໂຫຍດ​ອັນ​ໃດ?


ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka