Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ຜູ້ໃດ​ກໍ​ຕາມ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ເປັນ​ຜູ້ຂ້າຄົນ ແລະ ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ບໍ່​ມີ​ຜູ້ຂ້າຄົນ​ຜູ້ໃດ​ທີ່​ມີ​ຊີວິດ​ນິລັນດອນ​ເປັນ​ຂອງ​ຜູ້ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ທຸກຄົນ​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ເປັນ​ຜູ້​ຂ້າຄົນ ພວກເຈົ້າ​ຮູ້​ແລ້ວ​ວ່າ ຜູ້​ຂ້າຄົນ​ບໍ່ມີ​ຊີວິດ​ນິຣັນດອນ​ຕັ້ງ​ຢູ່​ໃນ​ເຂົາ​ເລີຍ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:15
19 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ຍິງ​ດ້ວຍ​ຕັນຫາ ຜູ້​ນັ້ນ​ກໍ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ນາງ​ແລ້ວ.


ດັ່ງນັ້ນ, ນາງ​ເຮໂຣເດຍ​ຈຶ່ງ​ຄຽດແຄ້ນ​ໃຫ້​ໂຢຮັນ ແລະ ຕ້ອງການ​ຂ້າ​ເພິ່ນ​ແຕ່​ກໍ​ເຮັດ​ບໍ່​ໄດ້,


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.


ເຊົ້າ​ວັນ​ຕໍ່ມາ​ພວກ​ຢິວ​ໄດ້​ເຕົ້າໂຮມກັນ​ວາງແຜນ ແລະ ຜູກມັດ​ກັນ​ດ້ວຍ​ຄຳສາບານ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.


ແລ້ວ​ພວກເຂົາ​ກໍ​ໄດ້​ໄປ​ພົບ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຜູ້ອາວຸໂສ ແລ້ວ​ເວົ້າ​ວ່າ, “ຂ້າພະເຈົ້າ​ທັງຫລາຍ​ໄດ້​ສາບານ​ໄວ້​ຢ່າງ​ໜັກແໜ້ນ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ອັນໃດ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.


ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.


ເພາະ​ພວກເຈົ້າ​ໄດ້​ບັງເກີດ​ໃໝ່​ແລ້ວ, ບໍ່​ແມ່ນ​ເກີດ​ຈາກ​ເມັດພັນ​ອັນ​ເສື່ອມສູນ​ໄດ້ ແຕ່​ຈາກ​ເມັດພັນ​ອັນ​ບໍ່​ມີ​ເສື່ອມສູນ ຜ່ານທາງ​ພຣະຄຳ​ຂອງ​ພຣະເຈົ້າ​ອັນ​ມີຊີວິດ ແລະ ຕັ້ງໝັ້ນຄົງ​ຖາວອນ.


ແຕ່​ຜູ້ໃດ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມມືດ ແລະ ຍ່າງ​ວົນວຽນ​ຢູ່​ໃນ​ຄວາມມືດ. ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ​ເພາະວ່າ​ຄວາມມືດ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕາບອດ.


ຜູ້ໃດ​ທີ່​ອ້າງ​ວ່າ​ຢູ່​ໃນ​ຄວາມສະຫວ່າງ​ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມມືດ.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka