13 ພີ່ນ້ອງທັງຫລາຍເອີຍ, ຢ່າປະຫລາດໃຈ ຖ້າໂລກນີ້ກຽດຊັງພວກເຈົ້າ.
13 ພີ່ນ້ອງທັງຫລາຍເອີຍ, ຖ້າໂລກນີ້ກຽດຊັງພວກເຈົ້າຢ່າປະຫລາດໃຈ.
ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຫັນແກ່ເຮົາ, ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ.
“ແລ້ວພວກເຈົ້າຈະຖືກມອບໄວ້ໃຫ້ຖືກຂົ່ມເຫັງ ແລະ ຂ້າ, ທຸກຊົນຊາດຈະກຽດຊັງພວກເຈົ້າເພາະເຫັນແກ່ເຮົາ.
ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຮົາ, ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ.
ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຫັນແກ່ນາມຂອງເຮົາ.
ພຣະພອນມີແກ່ພວກເຈົ້າເມື່ອຄົນກຽດຊັງພວກເຈົ້າ ເມື່ອຄົນທັງຫລາຍຕັດພວກເຈົ້າອອກ ແລະ ດູຖູກພວກເຈົ້າ ແລະ ໃສ່ຮ້າຍພວກເຈົ້າວ່າຊົ່ວຊ້າ ເພາະເຫັນແກ່ບຸດມະນຸດ.
ພວກເຂົາຈະຂັບໄລ່ພວກເຈົ້າອອກຈາກທຳມະສາລາ, ໃນຄວາມເປັນຈິງແລ້ວ ເວລາກຳລັງຈະມາເຖິງເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າພວກເຂົາກຳລັງຮັບໃຊ້ພຣະເຈົ້າຢູ່.
“ເຮົາໄດ້ບອກເລື່ອງນີ້ແກ່ພວກເຈົ້າເພື່ອພວກເຈົ້າຈະໄດ້ມີສັນຕິສຸກໃນເຮົາ. ໃນໂລກນີ້ພວກເຈົ້າຈະມີຄວາມທຸກຍາກລໍາບາກ ແຕ່ຈົ່ງຊື່ນໃຈເທາະ! ເພາະເຮົາໄດ້ຊະນະໂລກແລ້ວ”.
ຂ້ານ້ອຍໄດ້ມອບຖ້ອຍຄຳຂອງພຣະອົງໃຫ້ແກ່ພວກເຂົາແລ້ວ ແລະ ໂລກໄດ້ກຽດຊັງພວກເຂົາເພາະພວກເຂົາບໍ່ໄດ້ເປັນຂອງໂລກອີກຕໍ່ໄປເໝືອນທີ່ຂ້ານ້ອຍບໍ່ໄດ້ເປັນຂອງໂລກ.
ຢ່າປະຫລາດໃຈທີ່ເຮົາບອກເຈົ້າວ່າ, ເຈົ້າຈໍາເປັນຕ້ອງບັງເກີດໃໝ່.
ໂລກບໍ່ສາມາດກຽດຊັງພວກເຈົ້າ ແຕ່ໂລກກຽດຊັງເຮົາເພາະເຮົາເປັນພະຍານວ່າກິດຈະການຂອງໂລກນັ້ນຊົ່ວຮ້າຍ.
ເມື່ອເປໂຕເຫັນຢ່າງນີ້, ເພິ່ນຈຶ່ງກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງຊາວອິດສະຣາເອນ, ເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ພວກທ່ານປະຫລາດໃຈ? ເປັນຫຍັງຈຶ່ງຈ້ອງຕາເບິ່ງຄືກັບວ່າພວກເຮົາເຮັດໃຫ້ຄົນນີ້ຍ່າງໄດ້ດ້ວຍລິດອຳນາດ ຫລື ຄວາມຊອບທຳຂອງພວກເຮົາເອງ?
ຈິດໃຈທີ່ຖືກຄວບຄຸມໂດຍເນື້ອໜັງກໍເປັນສັດຕູຕໍ່ພຣະເຈົ້າ, ມັນບໍ່ຍອມຢູ່ໃຕ້ກົດບັນຍັດຂອງພຣະເຈົ້າ ແລະ ມັນຈະຢູ່ໃຕ້ກົດບັນຍັດຂອງພຣະເຈົ້າກໍບໍ່ໄດ້.
ຕາມຄວາມຈິງແລ້ວ, ຜູ້ໃດກໍຕາມທີ່ປາຖະໜາຈະດຳເນີນຊີວິດຕາມທາງຂອງພຣະເຈົ້າໃນພຣະຄຣິດເຈົ້າເຢຊູນັ້ນກໍຈະຖືກຂົ່ມເຫັງ,
ພວກເຈົ້າຄົນຫລິ້ນຊູ້, ພວກເຈົ້າບໍ່ຮູ້ບໍວ່າການເປັນມິດກັບໂລກກໍຄືການເປັນສັດຕູຕໍ່ສູ້ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດທີ່ເລືອກຈະເປັນມິດກັບໂລກກໍກາຍເປັນສັດຕູຕໍ່ພຣະເຈົ້າ
ແລ້ວເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ດ້ວຍເຫດໃດທ່ານຈຶ່ງປະຫລາດໃຈ? ເຮົາຈະອະທິບາຍຄວາມເລິກລັບຂອງແມ່ຍິງຄົນນັ້ນກັບສັດຮ້າຍທີ່ມີເຈັດຫົວ ແລະ ສິບເຂົາທີ່ນາງຂີ່ໃຫ້ທ່ານຟັງ.