Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະ​ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ຄື: ພວກເຮົາ​ຄວນ​ຮັກ​ເຊິ່ງກັນແລະກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ​ແລະ​ໄດ້​ຟັງ​ມາ​ຕັ້ງແຕ່​ຕອນ​ຕົ້ນ​ນັ້ນ ຄື​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:11
16 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະອົງ​ຈຶ່ງ​ລຸກຂຶ້ນ​ຈາກ​ໂຕະອາຫານ ແກ້​ເສື້ອຄຸມ​ຂອງ​ພຣະອົງ​ອອກ ແລະ ເອົາ​ຜ້າເຊັດໂຕ​ມັດແອວ​ຂອງ​ພຣະອົງ.


ຄຳສັ່ງ​ຂອງ​ເຮົາ​ກໍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຮັກ​ພວກເຈົ້າ.


ຈົ່ງ​ຊ່ວຍ​ຮັບ​ພາລະ​ຂອງ​ກັນແລະກັນ ແລະ ເມື່ອ​ເຮັດ​ວິທີ​ນີ້​ແລ້ວ ພວກເຈົ້າ​ກໍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ.


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ບັດນີ້ ພວກເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມຮັກ​ລະຫວ່າງ​ພີ່ນ້ອງ ເພາະ​ພຣະເຈົ້າ​ສອນ​ພວກເຈົ້າ​ເອງ​ໃຫ້​ຮັກເຊິ່ງກັນແລະກັນ​ຢູ່​ແລ້ວ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.


ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.


ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຮົາ​ໄດ້​ຍິນ​ຈາກ​ພຣະອົງ ແລະ ປະກາດ​ແກ່​ພວກເຈົ້າ​ຄື: ພຣະເຈົ້າ​ເປັນ​ຄວາມສະຫວ່າງ, ໃນ​ພຣະອົງ​ບໍ່​ມີ​ຄວາມມືດ​ເລີຍ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພຣະເຈົ້າ​ຮັກ​ພວກເຮົາ​ຢ່າງນັ້ນ​ແລ້ວ, ພວກເຮົາ​ກໍ​ຄວນ​ຮັກ​ເຊິ່ງກັນແລະກັນ​ເໝືອນກັນ.


ແລະ ພຣະອົງ​ມອບ​ຄຳສັ່ງ​ນີ້​ໄວ້​ແກ່​ພວກເຮົາ​ວ່າ: ຜູ້​ທີ່​ຮັກ​ພຣະເຈົ້າ​ຕ້ອງ​ຮັກ​ພີ່ນ້ອງ​ຂອງ​ຕົນ​ເໝືອນກັນ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ ເພາະ​ຄວາມຮັກ​ມາ​ຈາກ​ພຣະເຈົ້າ. ທຸກຄົນ​ທີ່​ຮັກ​ກໍ​ໄດ້​ເກີດ​ຈາກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຈົ້າ.


ແລະ ບັດນີ້, ທ່ານ​ສຸພາບ​ສະຕຼີ​ທີ່ຮັກ, ເຮົາ​ບໍ່​ໄດ້​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ກົດບັນຍັດ​ໃໝ່ ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ​ພຸ້ນ. ເຮົາ​ຂໍ​ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka