Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເຖິງ​ຢ່າງໃດ​ກໍ​ຕາມ ເຮົາ​ຂຽນ​ຄຳສັ່ງ​ໃໝ່​ເຖິງ​ພວກເຈົ້າ, ພວກເຈົ້າ​ກໍ​ໄດ້​ເຫັນ​ຄຳສັ່ງ​ນີ້​ເປັນຈິງ​ໃນ​ພຣະອົງ ແລະ ໃນ​ພວກເຈົ້າ, ເພາະວ່າ​ຄວາມມືດ​ກຳລັງ​ຜ່ານພົ້ນໄປ ແລະ ຄວາມສະຫວ່າງ​ແທ້​ນັ້ນ​ກໍ​ກຳລັງ​ສ່ອງສະຫວ່າງ​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ຄື​ຄວາມຈິງ​ໄດ້​ຊົງ​ສຳແດງ​ໃນ​ພຣະອົງ ແລະ​ໃນ​ເຈົ້າ​ທັງຫລາຍ. ເພາະວ່າ​ຄວາມມືດ​ກຳລັງ​ຜ່ານ​ພົ້ນ​ໄປ ແລະ​ຄວາມ​ສະຫວ່າງ​ອັນ​ແທ້ຈິງ​ນັ້ນ ກໍ​ກຳລັງ​ສ່ອງ​ສະຫວ່າງ​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:8
31 Jak'a apnaqawi uñst'ayäwi  

ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມມືດ ໄດ້​ເຫັນ​ແສງສະຫວ່າງ​ອັນ​ຍິ່ງໃຫຍ່; ບັນດາ​ຜູ້​ອາໄສ​ໃນ​ດິນແດນ​ຂອງ​ເງົາ​ແຫ່ງ​ຄວາມຕາຍ​ນັ້ນ ແສງສະຫວ່າງ​ເລີ່ມ​ສ່ອງສະຫວ່າງ​ຂຶ້ນ​ແລ້ວ”.


ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ, ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.


ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ມີ​ຄວາມສະຫວ່າງ​ອີກ​ໜ້ອຍໜຶ່ງ. ຈົ່ງ​ເດີນ​ຕໍ່ໄປ​ຂະນະ​ທີ່​ຍັງ​ມີ​ແສງສະຫວ່າງ​ຢູ່ ກ່ອນ​ທີ່​ຄວາມມືດ​ຈະ​ຄອບຄອງ​ພວກເຈົ້າ, ຜູ້​ທີ່​ເດີນ​ຢູ່​ໃນ​ຄວາມມືດ​ນັ້ນ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ເຮົາ​ໄດ້​ເຂົ້າ​ມາ​ໃນ​ໂລກ​ນີ້​ໃນ​ຖານະ​ທີ່​ເປັນ​ຄວາມສະຫວ່າງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.


“ເຮົາ​ໃຫ້​ບັນຍັດ​ໃໝ່​ແກ່​ພວກເຈົ້າ​ທັງຫລາຍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ. ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ່​ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ນັ້ນ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.


ໃນ​ອະດີດ​ພຣະເຈົ້າ​ເບິ່ງ​ຂ້າມ​ຄວາມໂງ່​ເຊັ່ນນັ້ນ ແຕ່​ບັດນີ້ ພຣະອົງ​ໄດ້​ສັ່ງ​ມະນຸດ​ທຸກຄົນ​ໃນ​ທົ່ວ​ທຸກ​ບ່ອນ​ໃຫ້​ຖິ້ມໃຈເກົ່າເອົາໃຈໃໝ່.


ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.


ກາງຄືນ​ໃກ້​ຈະ​ໝົດ​ໄປ ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ດັ່ງນັ້ນ ໃຫ້​ພວກເຮົາ​ຖອດ​ພຶດຕິກຳ​ຂອງ​ຄວາມມືດ​ອອກໄປ ແລະ ສວມ​ຍຸດທະພັນ​ຂອງ​ຄວາມສະຫວ່າງ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ເພາະ​ເມື່ອກ່ອນ​ພວກເຈົ້າ​ຢູ່​ໃນ​ຄວາມມືດ, ແຕ່​ດຽວນີ້​ພວກເຈົ້າ​ເປັນ​ຄວາມສະຫວ່າງ​ໃນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ລູກ​ຂອງ​ຄວາມສະຫວ່າງ


ແຕ່​ບັດນີ້ ໄດ້​ເປີດເຜີຍ​ຜ່ານທາງ​ການ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າເຢຊູ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຜູ້​ໄດ້​ທຳລາຍ​ຄວາມຕາຍ ແລະ ໄດ້​ນຳ​ຊີວິດ ແລະ ຄວາມເປັນອະມະຕະ​ມາ​ສູ່​ຄວາມ​ສະຫວ່າງ​ຜ່ານທາງ​ຂ່າວປະເສີດ


ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.


ແລະ ນີ້​ແມ່ນ​ຄຳສັ່ງ​ຂອງ​ພຣະອົງ​ຄື: ໃຫ້​ເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ ແລະ ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ພວກເຮົາ​ໄວ້​ນັ້ນ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພຣະເຈົ້າ​ຮັກ​ພວກເຮົາ​ຢ່າງນັ້ນ​ແລ້ວ, ພວກເຮົາ​ກໍ​ຄວນ​ຮັກ​ເຊິ່ງກັນແລະກັນ​ເໝືອນກັນ.


ແລະ ພຣະອົງ​ມອບ​ຄຳສັ່ງ​ນີ້​ໄວ້​ແກ່​ພວກເຮົາ​ວ່າ: ຜູ້​ທີ່​ຮັກ​ພຣະເຈົ້າ​ຕ້ອງ​ຮັກ​ພີ່ນ້ອງ​ຂອງ​ຕົນ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka