Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ຜູ້ໃດ​ກໍຕາມ​ທີ່​ອ້າງ​ວ່າ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ຜູ້​ນັ້ນ​ຈະ​ຕ້ອງ​ດຳເນີນຊີວິດ​ເໝືອນດັ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ດຳເນີນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຜູ້ໃດ​ທີ່​ເວົ້າ​ວ່າ, “ຕົນ​ຢູ່​ໃນ​ພຣະອົງ” ຜູ້ນັ້ນ​ກໍ​ຄວນ​ດຳເນີນ​ຊີວິດ​ຕາມ​ທາງ​ທີ່​ພຣະອົງ​ຊົງ​ດຳເນີນ​ນັ້ນ​ເໝືອນກັນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:6
14 Jak'a apnaqawi uñst'ayäwi  

ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ.


ເຮົາ​ໄດ້​ວາງ​ແບບຢ່າງ​ໄວ້​ເພື່ອ​ພວກເຈົ້າ​ຈະ​ໄດ້​ເຮັດ​ເໝືອນ​ທີ່​ເຮົາ​ໄດ້​ເຮັດ​ເພື່ອ​ພວກເຈົ້າ​ແລ້ວ.


ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.


ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ, ເໝືອນ​ດັ່ງ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດເຈົ້າ.


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.


ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.


ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ສັ່ງ ຜູ້​ນັ້ນ​ກໍ​ເປັນ​ຄົນຕົວະ ແລະ ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ​ເລີຍ.


ຜູ້ໃດ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ພຣະເຈົ້າ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຂົາ. ນີ້​ແມ່ນ​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ພວກເຮົາ​ຄື: ພວກເຮົາ​ຮູ້​ໂດຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.


ບໍ່​ມີ​ຜູ້ໃດ​ທີ່​ຢູ່ໃນ​ພຣະອົງ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ. ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ບາບ​ຕໍ່ໄປ​ແລ້ວ​ໄດ້​ເຫັນ ແລະ ໄດ້​ຮູ້ຈັກ​ພຣະອົງ.


ນີ້​ຄື​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄວາມຮັກ​ເຕັມບໍລິບູນ​ໃນ​ທ່າມກາງ​ພວກເຮົາ​ເພື່ອ​ພວກເຮົາ​ຈະ​ມີ​ຄວາມໝັ້ນໃຈ​ໃນ​ວັນ​ພິພາກສາ​ຄື: ໃນ​ໂລກ​ນີ້​ພວກເຮົາ​ກໍ​ເປັນ​ເໝືອນ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka