1 ໂຢຮັນ 2:27 - ພຣະຄຳພີລາວສະບັບສະໄໝໃໝ່27 ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ. Uka jalj uñjjattʼätaພຣະຄຳພີສັກສິ27 ແຕ່ຝ່າຍເຈົ້າທັງຫລາຍ ການຊົງຫົດສົງທີ່ພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ກໍຍັງຕັ້ງຢູ່ກັບພວກເຈົ້າ ແລະພວກເຈົ້າບໍ່ຕ້ອງການໃຫ້ຜູ້ໃດສອນອີກ, ເພາະການຊົງຫົດສົງຂອງພຣະອົງ ກຳລັງສັ່ງສອນພວກເຈົ້າເຖິງທຸກສິ່ງ ແລະເປັນຄວາມຈິງ ບໍ່ແມ່ນຄວາມຕົວະ. ການຊົງຫົດສົງໄດ້ຊົງສອນເຈົ້າທັງຫລາຍຢ່າງໃດ ພວກເຈົ້າຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງຢ່າງນັ້ນ. Uka jalj uñjjattʼäta |
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.