Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເຖິງ​ພວກເຈົ້າ​ກ່ຽວກັບ​ບັນດາ​ຜູ້​ທີ່​ພະຍາຍາມ​ທີ່​ຈະ​ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ເຮົາ​ຂຽນ​ມາ​ບອກ​ພວກເຈົ້າ ກ່ຽວກັບ​ຜູ້​ທີ່​ຈະ​ເຮັດ​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:26
12 Jak'a apnaqawi uñst'ayäwi  

ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ. ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ປະການ. ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.


ຢ່າ​ໃຫ້​ຜູ້ໃດ​ທີ່​ຊື່ນຊົມ​ກັບ​ການ​ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ການ​ຂາບໄຫວ້​ເທວະດາ​ເຮັດ​ໃຫ້​ພວກເຈົ້າ​ໝົດ​ສິດ​ຮັບ​ລາງວັນ. ຄົນ​ຢ່າງ​ນັ້ນ​ໄຝ່ຝັນ​ເຖິງ​ແຕ່​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ. ພວກເຂົາ​ອວດໂຕ​ຂຶ້ນ​ດ້ວຍ​ຄວາມຄິດ​ໄຮ້ສາລະ​ຕາມ​ຈິດໃຈ​ຝ່າຍ​ເນື້ອໜັງ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ປັດຊະຍາ​ອັນ​ບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງ​ອາໄສ​ປະເພນີ​ຂອງ​ມະນຸດ​ທີ່​ສືບທອດ​ກັນ​ມາ ແລະ ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແທນ​ທີ່​ຈະ​ອາໄສ​ພຣະຄຣິດເຈົ້າ.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ໃນ​ພາຍຫລັງ​ມາ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ​ແລ້ວ​ໄປ​ຕິດຕາມ​ວິນຍານ​ຫລອກລວງ ແລະ ສິ່ງ​ຕ່າງໆ​ທີ່​ສອນ​ໂດຍ​ພວກ​ຜີມານຮ້າຍ.


ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປ່ອຍ​ໃຫ້​ຜູ້ໃດ​ມາ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງຜິດ. ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ເປັນ​ຜູ້ຊອບທຳ ເໝືອນດັ່ງ​ທີ່​ພຣະອົງ​ຊອບທຳ.


ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພາະວ່າ​ມີ​ຜູ້​ຫລອກລວງ​ຫລາຍ​ຄົນ​ອອກ​ໄປ​ໃນ​ໂລກ ພວກເຂົາ​ບໍ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ເກີດ​ເປັນ​ມະນຸດ. ຄົນ​ຢ່າງ​ນີ້​ເປັນ​ຜູ້ຫລອກລວງ ແລະ ເປັນ​ສັດຕູ​ຂອງ​ພຣະຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka