Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ຜູ້ໃດ​ເປັນ​ຜູ້ຕົວະ? ກໍ​ຄື​ຄົນ​ທີ່​ປະຕິເສດ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ. ຄົນ​ຢ່າງ​ນີ້​ແຫລະ​ເປັນ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ, ພວກເຂົາ​ປະຕິເສດ​ພຣະບິດາເຈົ້າ ແລະ ພຣະບຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ແມ່ນ​ຜູ້ໃດ​ເປັນ​ຜູ້​ເວົ້າ​ຕົວະ ກໍ​ແມ່ນ​ຜູ້​ທີ່​ປະຕິເສດ​ວ່າ ພຣະເຢຊູເຈົ້າ​ບໍ່ແມ່ນ​ພຣະຄຣິດ ຜູ້​ທີ່​ປະຕິເສດ​ພຣະບິດາເຈົ້າ​ແລະ​ພຣະບຸດ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ຕໍ່ສູ້​ພຣະຄຣິດ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:22
14 Jak'a apnaqawi uñst'ayäwi  

ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ຫລາຍ​ປະການ, ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.


ດ້ວຍວ່າ ຈະ​ມີ​ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ ແລະ ອ້າງ​ວ່າ, ‘ເຮົາ​ເປັນ​ພຣະຄຣິດເຈົ້າ’ ແລະ ຈະ​ຫລອກລວງ​ຫລາຍ​ຄົນ.


ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.


ຖ້າ​ພວກເຮົາ​ອ້າງ​ວ່າ​ມີ​ຄວາມ​ສາມັກຄີທຳ​ກັບ​ພຣະອົງ​ແຕ່​ຍັງ​ເດີນ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ ແລະ ບໍ່​ໄດ້​ດຳເນີນຊີວິດ​ໂດຍ​ຄວາມຈິງ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້​ເປັນ​ວາລະ​ສຸດທ້າຍ​ແລ້ວ; ແລະ ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ວ່າ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກຳລັງ​ມາ​ນັ້ນ, ແມ່ນ​ແຕ່​ບັດນີ້​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກໍ​ໄດ້​ມາ​ຫລາຍ​ແລ້ວ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ​ນີ້​ເປັນ​ວາລະ​ສຸດທ້າຍ.


ຜູ້ໃດ​ທີ່​ປະຕິເສດ​ພຣະບຸດ​ກໍ​ບໍ່​ມີ​ພຣະບິດາເຈົ້າ, ຜູ້ໃດ​ທີ່​ຍອມຮັບ​ພຣະບຸດ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.


ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ສັ່ງ ຜູ້​ນັ້ນ​ກໍ​ເປັນ​ຄົນຕົວະ ແລະ ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ​ເລີຍ.


ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.


ແຕ່​ທຸກ​ວິນຍານ​ທີ່​ບໍ່​ຍອມຮັບ​ພຣະເຢຊູເຈົ້າ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ. ແຕ່​ເປັນ​ວິນຍານ​ຂອງ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ວ່າ​ຈະ​ມາ ແລະ ແມ່ນແຕ່​ບັດນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພາະວ່າ​ມີ​ຜູ້​ຫລອກລວງ​ຫລາຍ​ຄົນ​ອອກ​ໄປ​ໃນ​ໂລກ ພວກເຂົາ​ບໍ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ເກີດ​ເປັນ​ມະນຸດ. ຄົນ​ຢ່າງ​ນີ້​ເປັນ​ຜູ້ຫລອກລວງ ແລະ ເປັນ​ສັດຕູ​ຂອງ​ພຣະຄຣິດເຈົ້າ.


ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.


ເຮົາ​ຈະ​ເຮັດໃຫ້​ບັນດາ​ຜູ້​ເປັນ​ທຳມະສາລາ​ຂອງ​ຊາຕານ, ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນຢິວ​ທັງ​ທີ່​ພວກເຂົາ​ບໍ່​ໄດ້​ເປັນ, ແຕ່​ເປັນ​ຄົນຂີ້ຕົວະ, ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ມາ ແລະ ຂາບ​ລົງ​ທີ່​ຕີນ​ຂອງ​ເຈົ້າ ແລະ ຮັບຮູ້​ວ່າ​ເຮົາ​ຮັກ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka