Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ເຮົາ​ບໍ່​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ຄວາມຈິງ ແຕ່​ເພາະວ່າ​ພວກເຈົ້າ​ຮູ້ຈັກ​ຄວາມຈິງ​ນັ້ນ ແລະ ເພາະ​ບໍ່​ມີ​ຄວາມຕົວະ​ທີ່​ມາ​ຈາກ​ຄວາມຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ນີ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ບໍ່​ຮູ້​ຄວາມຈິງ, ແຕ່​ຍ້ອນ​ພວກເຈົ້າ​ຮູ້​ຄວາມຈິງ​ແລ້ວ ແລະ​ພວກເຈົ້າ​ກໍ​ຮູ້​ອີກ​ວ່າ ບໍ່ມີ​ຄວາມ​ຕົວະ​ໃດໆ​ທີ່​ມາ​ຈາກ​ຄວາມຈິງ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:21
9 Jak'a apnaqawi uñst'ayäwi  

ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.


ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃຫ້​ຈົດຈຳ​ຂໍ້​ນີ້​ຄື: ທຸກຄົນ​ຈະ​ຕ້ອງ​ໄວ​ໃນ​ການຟັງ, ຊ້າ​ໃນ​ການເວົ້າ ແລະ ຊ້າ​ໃນ​ການໃຈຮ້າຍ,


ດັ່ງນັ້ນ ເຮົາ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ, ເຖິງແມ່ນວ່າ​ພວກເຈົ້າ​ຮູ້ຈັກ​ເລື່ອງ​ນີ້​ແລ້ວ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຈິງ​ທີ່​ພວກເຈົ້າ​ມີ​ຢູ່​ກໍ​ຕາມ.


ນີ້​ຄື​ວິ​ທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກເຮົາ​ພັກສະຫງົບ​ຕໍ່ໜ້າ​ພຣະເຈົ້າ​ຄື:


ເຖິງແມ່ນວ່າ​ພວກເຈົ້າ​ຮູ້​ຂໍ້ຄວາມ​ເຫລົ່ານີ້​ໝົດ​ແລ້ວ ເຮົາ​ກໍ​ຍັງ​ຢາກ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ປົດປ່ອຍ​ຄົນ​ຂອງ​ພຣະອົງ​ອອກຈາກ​ເອຢິບ ແຕ່​ຕໍ່ມາ​ກໍ​ທຳລາຍ​ບັນດາ​ຜູ້​ທີ່​ບໍ່​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka