Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແມ່ນ​ດ້ວຍ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຍົກ​ການບາບ​ຂອງ​ພວກເຮົາ​ເສຍ ແລະ​ບໍ່ແມ່ນແຕ່​ການບາບ​ຂອງ​ພວກເຮົາ​ຜູ້​ດຽວ, ແຕ່​ທັງ​ການບາບ​ຂອງ​ມະນຸດ​ທັງປວງ​ໃນ​ໂລກ​ເໝືອນກັນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:2
17 Jak'a apnaqawi uñst'ayäwi  

“ຜູ້ຮັບໃຊ້​ຕອບ​ວ່າ, ‘ທ່ານ​ເອີຍ, ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ທ່ານ​ສັ່ງ​ແລ້ວ ແຕ່​ກໍ​ຍັງ​ມີ​ບ່ອນ​ຫວ່າງ​ຢູ່’.


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ແຕ່​ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນໂລກ​ນີ້​ແລ້ວ, ເຮົາ​ຈະ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ”.


ພວກເຂົາ​ໄດ້​ເວົ້າ​ກັບ​ຍິງ​ຄົນ​ນັ້ນ​ວ່າ, “ຕັ້ງແຕ່​ນີ້​ໄປ ພວກເຮົາ​ບໍ່​ໄດ້​ເຊື່ອ​ພຽງ​ເພາະ​ຄຳເວົ້າ​ຂອງ​ເຈົ້າ, ແຕ່​ເພາະ​ດຽວນີ້​ພວກເຮົາ​ໄດ້​ຍິນ​ເພິ່ນ​ເອງ​ເວົ້າ ແລະ ພວກເຮົາ​ກໍ​ຮູ້​ວ່າ​ພຣະອົງ​ນີ້​ແຫລະ ທີ່​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ​ແທ້ຈິງ”.


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ແຕ່​ຖ້າ​ພວກເຮົາ​ເດີນ​ຢູ່​ໃນ​ຄວາມສະຫວ່າງ​ເໝືອນດັ່ງ​ພຣະອົງ​ຢູ່​ໃນ​ຄວາມສະຫວ່າງ, ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ດ້ວຍ​ກັນ ແລະ ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ​ກໍ​ຊຳລະ​ພວກເຮົາ​ຈາກ​ຄວາມບາບ​ທັງໝົດ.


ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.


ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.


ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.


ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ທົ່ວ​ໂລກ​ກໍ​ຕົກ​ຢູ່​ໃຕ້​ການຄວບຄຸມ​ຂອງ​ມານຊົ່ວຮ້າຍ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka