Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ໂລກ ແລະ ຄວາມປາຖະໜາ​ຕ່າງໆ​ຂອງ​ໂລກ​ກໍ​ເສື່ອມສູນ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ດຳລົງ​ຢູ່​ຕະຫລອດໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ສ່ວນ​ໂລກ​ກັບ​ຕັນຫາ​ຂອງ​ໂລກ​ກຳລັງ​ເສື່ອມສູນ​ໄປ, ແຕ່​ຜູ້​ທີ່​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຈະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:17
28 Jak'a apnaqawi uñst'ayäwi  

“ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມ​ໃຈ​ພໍ່?” ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກຊາຍກົກ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນເກັບພາສີ ແລະ ຍິງໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ.


ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.


“ບໍ່​ແມ່ນ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ຈະ​ໄດ້​ເຂົ້າ​ໃນ​ອານາຈັກ​ສະຫວັນ, ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ.


ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ເປັນ​ນ້ອງຊາຍ ແລະ ເປັນ​ນ້ອງສາວ ແລະ ເປັນ​ແມ່​ຂອງ​ເຮົາ”.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ນີ້​ຄື​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ. ບັນພະບຸລຸດ​ຂອງ​ພວກເຈົ້າ​ກິນ​ມານາ ແລະ ຕາຍ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ກິນ​ອາຫານ​ນີ້​ຈະ​ມີຊີວິດ​ຢູ່​ຕະຫລອດໄປ”.


ຖ້າ​ຜູ້ໃດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳສອນ​ຂອງ​ເຮົາ​ມາ​ຈາກ​ພຣະເຈົ້າ ຫລື ວ່າ​ເຮົາ​ເວົ້າ​ເອົາ​ເອງ.


ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.


ບັນດາ​ຜູ້​ທີ່​ໃຊ້​ສິ່ງຂອງ​ໃນ​ໂລກນີ້ ໃຫ້​ເປັນ​ເໝືອນ​ກັບ​ບໍ່​ໄດ້​ໃຊ້​ສິ່ງ​ເຫລົ່ານັ້ນ​ຢ່າງ​ເຕັມທີ່. ເພາະ​ໂລກ​ທີ່​ເປັນຢູ່​ໃນ​ປັດຈຸບັນ​ນີ້​ກຳລັງ​ຈະ​ຜ່ານພົ້ນ​ໄປ.


ດ້ວຍເຫດນີ້ ນັບ​ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ອະທິຖານ​ເພື່ອ​ພວກເຈົ້າ​ຕະຫລອດ​ມາ​ບໍ່​ເຄີຍ​ຢຸດ. ພວກເຮົາ​ໄດ້​ສືບຕໍ່​ຂໍ​ພຣະເຈົ້າ​ເຕີມເຕັມ​ພວກເຈົ້າ​ດ້ວຍ​ຄວາມຮູ້​ເຖິງ​ຄວາມ​ປະສົງ​ຂອງ​ພຣະອົງ​ໂດຍ​ຜ່ານ​ທາງ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທຸກ​ຢ່າງ​ທີ່​ມາ​ຈາກ​ພຣະວິນຍານ,


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຄື: ໃຫ້​ພວກເຈົ້າ​ຫລີກ​ເວັ້ນ​ຈາກ​ການ​ຜິດສິນທຳທາງເພດ,


ຈົ່ງ​ໂມທະນາ​ຂອບພຣະຄຸນ​ໃນ​ທຸກ​ສະຖານະການ ເພາະ​ນີ້​ຄື​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທັງຫລາຍ​ໃນ​ພຣະຄຣິດເຈົ້າເຢຊູ.


ພວກເຈົ້າ​ທັງຫລາຍ​ຈໍາເປັນ​ຕ້ອງ​ມີ​ຄວາມອົດທົນ​ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້


ພວກເຈົ້າ​ບໍ່​ຮູ້​ເລີຍ​ວ່າ​ມື້ອື່ນ​ຈະ​ມີ​ເກີດ​ຫຍັງ​ຂຶ້ນ. ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ? ພວກເຈົ້າ​ເປັນ​ເໝືອນ​ນ້ຳໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ​ແລ້ວ​ກໍ​ຈາງຫາຍ​ໄປ.


ຜູ້​ທີ່​ພຣະເຈົ້າ​ໄດ້​ປົກປ້ອງ​ໄວ້​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ​ຜ່ານທາງ​ຄວາມເຊື່ອ ຈົນ​ເຖິງ​ຄວາມພົ້ນ ເຊິ່ງ​ພ້ອມ​ແລ້ວ​ທີ່​ຈະ​ເປີດເຜີຍ​ໃນ​ຍຸກສຸດທ້າຍ.


ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka