Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ເຂັ້ມແຂງ ແລະ ຖ້ອຍຄຳ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ລູກ​ທັງຫລາຍ​ຂອງເຮົາ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະອົງ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ຕົ້ນ. ຄົນ​ໜຸ່ມ​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ ເພາະ​ພວກເຈົ້າ​ມີ​ກຳລັງ​ແຂງແຮງ, ພຣະທຳ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ຢູ່​ໃນ​ພວກເຈົ້າ ແລະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:14
18 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງນັ້ນ.


ພວກເຈົ້າ​ບໍ່​ໄດ້​ມີ​ຖ້ອຍຄຳ​ຂອງ​ພຣະອົງ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ບໍ່​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໄດ້​ໃຊ້​ມາ​ນັ້ນ.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກ​ຢິວ​ທີ່​ໄດ້​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄຳສັ່ງສອນ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງ​ເຮົາ.


ເຮົາ​ຮູ້​ວ່າ​ພວກເຈົ້າ​ເປັນ​ລູກຫລານ​ຂອງ​ອັບຣາຮາມ. ພວກເຈົ້າ​ຊອກຫາ​ໂອກາດ​ເພື່ອ​ຈະ​ຂ້າ​ເຮົາ ເພາະ​ຄຳສັ່ງສອນ​ຂອງ​ເຮົາ​ບໍ່​ໄດ້​ເຂົ້າ​ສູ່​ໃຈ​ຂອງ​ພວກເຈົ້າ.


ສຸດທ້າຍ​ນີ້ ຈົ່ງ​ເຂັ້ມແຂງ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ໃນ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ເຮົາ​ສາມາດ​ເຮັດ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ໃຫ້​ກຳລັງ​ແກ່​ເຮົາ.


ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ມີ​ຄວາມອົດທົນ ແລະ ຄວາມພະຍາຍາມ​ຫລາຍ​ຂຶ້ນ,


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ເຂັ້ມແຂງ​ໃນ​ພຣະຄຸນ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.


ນີ້​ຄື​ພັນທະສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ຫລັງຈາກ​ສະໄໝ​ນັ້ນ, ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້. ເຮົາ​ຈະ​ໃສ່​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ ຈາລຶກ​ກົດບັນຍັດ​ນັ້ນ​ເທິງ​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.


ພວກເຮົາ​ໄດ້​ປະກາດ​ກ່ຽວກັບ​ພຣະທຳ​ແຫ່ງ​ຊີວິດ ເຊິ່ງ​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ, ເຊິ່ງ​ພວກເຮົາ​ໄດ້​ຍິນ, ເຊິ່ງ​ພວກເຮົາ​ໄດ້​ເຫັນ​ກັບ​ຕາ, ເຊິ່ງ​ພວກເຮົາ​ໄດ້​ແນມເບິ່ງ ແລະ ໄດ້​ສຳພັດ​ດ້ວຍ​ມື​ຂອງ​ພວກເຮົາ.


ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ໄດ້​ເຮັດ​ບາບ ພວກເຮົາ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ ແລະ ພຣະຄຳ​ຂອງ​ພຣະອົງ​ກໍ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.


ບິດາ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ນັ້ນ.


ເພາະວ່າ​ຄວາມ​ຈິງ​ທີ່​ຢູ່​ໃນ​ພວກເຮົາ ແລະ ຈະ​ຢູ່​ກັບ​ພວກເຮົາ​ຕະຫລອດໄປ:


ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ເມື່ອ​ພີ່ນ້ອງ​ຜູ້ທີ່ເຊື່ອ​ບາງຄົນ​ໄດ້​ມາ ແລະ ໄດ້​ເປັນ​ພະຍານ​ເຖິງ​ຄວາມສັດຊື່​ຂອງ​ພວກເຈົ້າ​ຕໍ່​ຄວາມຈິງ ແລະ ເລົ່າ​ເຖິງ​ການ​ທີ່​ພວກທ່ານ​ເດີນ​ໃນ​ຄວາມຈິງ​ຕໍ່ໄປ.


ເຈົ້າ​ໄດ້​ອົດທົນບາກບັ່ນ ແລະ ອົດທົນ​ຕໍ່​ຄວາມຍາກລໍາບາກ​ເພື່ອ​ນາມ​ຂອງ​ເຮົາ ແລະ ເຈົ້າ​ກໍ​ບໍ່​ໄດ້​ເມື່ອຍລ້າ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ອຸທິຍານ​ສະຫວັນ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka