Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ, ເພາະວ່າ​ຄວາມບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ​ເພາະ​ດ້ວຍ​ນາມ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ລູກ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ການບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ ຍ້ອນ​ເຫັນແກ່​ພຣະນາມ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:12
22 Jak'a apnaqawi uñst'ayäwi  

ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ, ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສະຫາຍ​ເອີຍ ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


“ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ຢາກ​ໃຫ້​ພວກທ່ານ​ຮູ້​ວ່າ​ໂດຍ​ທາງ​ພຣະເຢຊູເຈົ້າ​ນີ້ ບາບ​ຈຶ່ງ​ໄດ້​ຮັບ​ການ​ອະໄພ ນີ້​ຄື​ຂໍ້​ທີ່​ພຣະເຈົ້າ​ໃຫ້​ປະກາດ​ກັບ​ພວກທ່ານ.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.


ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ


ຈົ່ງ​ເມດຕາ ແລະ ເຫັນໃຈ​ກັນແລະກັນ, ຍົກໂທດ​ໃຫ້​ກັນແລະກັນ, ເໝືອນດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄິດເຈົ້າ.


ໃນ​ພຣະບຸດ​ນີ້​ພວກເຮົາ​ໄດ້​ຮັບ​ການ​ໄຖ່, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ.


ພວກເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເພື່ອ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ທັງຫລາຍ​ຄົບເຕັມບໍລິບູນ.


ແຕ່​ຖ້າ​ພວກເຮົາ​ເດີນ​ຢູ່​ໃນ​ຄວາມສະຫວ່າງ​ເໝືອນດັ່ງ​ພຣະອົງ​ຢູ່​ໃນ​ຄວາມສະຫວ່າງ, ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ດ້ວຍ​ກັນ ແລະ ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ​ກໍ​ຊຳລະ​ພວກເຮົາ​ຈາກ​ຄວາມບາບ​ທັງໝົດ.


ຖ້າ​ພວກເຮົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ພວກເຮົາ, ພຣະອົງ​ສັດຊື່ ແລະ ທ່ຽງທຳ​ຈະ​ອະໄພ​ບາບ​ຂອງ​ພວກເຮົາ ແລະ ຊຳລະ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ອະທຳ​ທັງໝົດ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.


ເຮົາ​ບໍ່​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ຄວາມຈິງ ແຕ່​ເພາະວ່າ​ພວກເຈົ້າ​ຮູ້ຈັກ​ຄວາມຈິງ​ນັ້ນ ແລະ ເພາະ​ບໍ່​ມີ​ຄວາມຕົວະ​ທີ່​ມາ​ຈາກ​ຄວາມຈິງ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ບໍ່​ໄດ້​ຂຽນ​ຄຳສັ່ງ​ຂໍ້​ໃໝ່​ມາ​ເຖິງ​ພວກເຈົ້າ ແຕ່​ນີ້​ເປັນ​ຄຳສັ່ງ​ເກົ່າ​ທີ່​ພວກເຈົ້າ​ມີ​ມາ​ຕັ້ງແຕ່​ເລີ່ມຕົ້ນ​ແລ້ວ. ຄຳສັ່ງ​ເກົ່າ​ນີ້​ແມ່ນ​ຂໍ້ຄວາມ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka