Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ຜູ້ໃດ​ທີ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່ໃນ​ຄວາມສະຫວ່າງ ແລະ ບໍ່​ມີ​ສິ່ງໃດ​ໃນ​ຜູ້​ນັ້ນ​ທີ່​ເຮັດ​ໃຫ້​ພວກເຂົາ​ຊູນສະດຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຜູ້​ທີ່​ຮັກ​ພີ່ນ້ອງ​ຂອງຕົນ ກໍ​ຕັ້ງ​ຢູ່​ໃນ​ຄວາມ​ສະຫວ່າງ ແລະ​ເຫດ​ທີ່​ຈະ​ໃຫ້​ສະດຸດ​ໃຈ​ກໍ​ບໍ່ມີ​ໃນ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:10
14 Jak'a apnaqawi uñst'ayäwi  

ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ, ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.


“ວິບັດ​ແກ່​ໂລກ​ນີ້ ເພາະ​ເປັນ​ສິ່ງ​ພາ​ໃຫ້​ມະນຸດ​ຕົກ​ໃນ​ບາບ! ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວິບັດ​ແກ່​ຄົນ​ນັ້ນ​ທີ່​ເປັນ​ຕົ້ນເຫດ​ພາ​ໃຫ້​ຕົກ​ໃນ​ບາບ!


ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ສິບສອງ​ຊົ່ວໂມງ​ບໍ່​ແມ່ນ​ບໍ? ຜູ້​ທີ່​ຍ່າງ​ໃນ​ເວລາ​ກາງເວັນ​ຈະ​ບໍ່​ຊູນສະດຸດ ເພາະ​ພວກເຂົາ​ເບິ່ງ​ເຫັນ​ໂດຍ​ຄວາມສະຫວ່າງ​ຂອງ​ໂລກ​ນີ້.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ມີ​ຄວາມສະຫວ່າງ​ອີກ​ໜ້ອຍໜຶ່ງ. ຈົ່ງ​ເດີນ​ຕໍ່ໄປ​ຂະນະ​ທີ່​ຍັງ​ມີ​ແສງສະຫວ່າງ​ຢູ່ ກ່ອນ​ທີ່​ຄວາມມືດ​ຈະ​ຄອບຄອງ​ພວກເຈົ້າ, ຜູ້​ທີ່​ເດີນ​ຢູ່​ໃນ​ຄວາມມືດ​ນັ້ນ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກ​ຢິວ​ທີ່​ໄດ້​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄຳສັ່ງສອນ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງ​ເຮົາ.


ເຫດສະນັ້ນ ໃຫ້​ພວກເຮົາ​ເລີກ​ຕັດສິນ​ກັນ. ແຕ່​ຈົ່ງ​ຕັດສິນໃຈ​ວ່າ​ຈະ​ບໍ່​ວາງ​ສິ່ງ​ທີ່​ເຮັດ​ໃຫ້​ສະດຸດ ຫລື ວາງ​ເຄື່ອງ​ກີດຂວາງ​ໃນ​ທາງ​ຂອງ​ພີ່ນ້ອງ.


ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ


ແຕ່​ຜູ້ໃດ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມມືດ ແລະ ຍ່າງ​ວົນວຽນ​ຢູ່​ໃນ​ຄວາມມືດ. ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ​ເພາະວ່າ​ຄວາມມືດ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕາບອດ.


ພວກເຮົາ​ຮູ້ຈັກ​ແລ້ວ​ວ່າ​ພວກເຮົາ​ໄດ້​ຜ່ານພົ້ນ​ຄວາມຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ, ເພາະວ່າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka