Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຂໍ້ຄວາມ​ເຫຼົ່ານີ້​ມາ​ເຖິງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກເຮົາ​ກໍ​ມີ​ທະນາຍຄວາມ ຄື​ພຣະເຢຊູ​ຄຣິດເຈົ້າ ຜູ້​ຊົງ​ທ່ຽງທຳ​ທີ່​ສະຖິດ​ຢູ່​ກັບ​ພຣະບິດາເຈົ້າ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:1
47 Jak'a apnaqawi uñst'ayäwi  

“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບຸດ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບິດາເຈົ້າ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ​ແກ່​ພວກເຂົາ”.


ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ແລະ ເຮົາ​ສະຫລະ​ຊີວິດ​ຂອງ​ເຮົາ​ເພື່ອ​ແກະ​ນັ້ນ.


“ລູກນ້ອຍ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ບໍ່​ດົນ. ພວກເຈົ້າ​ຈະ​ຊອກຫາ​ເຮົາ, ແລະ ດັ່ງ​ທີ່​ເຮົາ​ໄດ້​ບອກ​ພວກ​ຢິວ​ໄວ້​ແລ້ວ, ດັ່ງນັ້ນ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ໃນ​ເວລາ​ນີ້​ວ່າ: ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້.


ແລະ ເຮົາ​ຈະ​ຂໍ​ຕໍ່​ພຣະບິດາເຈົ້າ ແລະ ພຣະອົງ​ຈະປະທານ​ຜູ້ຊ່ວຍ​ອີກ​ອົງ​ໜຶ່ງ​ເພື່ອ​ຊ່ວຍ ແລະ ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ພຣະເຢຊູເຈົ້າ​ຮ້ອງ​ຖາມ​ວ່າ, “ເພື່ອນ​ເອີຍ, ບໍ່​ມີ​ປາ​ເລີຍ​ບໍ?” ພວກເພິ່ນ​ຕອບ​ວ່າ, “ບໍ່​ມີ”.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເບິ່ງແມ, ເຈົ້າ​ດີພະຍາດ​ແລ້ວ ຢ່າ​ສູ່​ເຮັດບາບ​ອີກ​ຕໍ່​ໄປ ບໍ່​ດັ່ງນັ້ນ​ສິ່ງຊົ່ວຮ້າຍ​ກວ່າ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ”.


“ເຮົາ​ມີ​ຄຳພະຍານ​ທີ່​ສຳຄັນ​ກວ່າ​ຄຳພະຍານ​ຂອງ​ໂຢຮັນ​ອີກ ເພາະ​ງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບໝາຍ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ຄື​ທຸກ​ງານ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ນີ້​ແຫລະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


ນາງ​ຕອບ​ວ່າ, “ນາຍ​ເອີຍ, ບໍ່​ມີ​ຜູ້ໃດ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ກໍ​ບໍ່​ຕັດສິນລົງໂທດ​ເຈົ້າ​ເໝືອນກັນ. ບັດນີ້ ຈົ່ງ​ໄປ​ສາ ແລະ ຈົ່ງ​ລະ​ຖິ້ມ​ວິຖີ​ຊີວິດ​ບາບ​ຂອງ​ເຈົ້າ”. ————————————————————


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ເພາະວ່າ​ຖ້າ​ພວກເຮົາ​ຍັງ​ໄດ້​ຄືນດີກັນ​ກັບ​ພຣະເຈົ້າ​ໂດຍ​ການຕາຍ​ຂອງ​ພຣະບຸດ​ຂອງ​ພຣະອົງ​ໃນຂະນະ​ທີ່​ພວກເຮົາ​ເຄີຍເປັນ​ສັດຕູ​ກັນ​ກັບ​ພຣະອົງ ຫລາຍ​ກວ່າ​ນັ້ນ​ອີກ​ເມື່ອ​ພວກເຮົາ​ໄດ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ​ຜ່ານທາງ​ຊີວິດ​ຂອງ​ພຣະອົງ​ຢ່າງ​ແນ່ນອນ!


ຖ້າ​ເປັນ​ເຊັ່ນ​ນີ້​ແລ້ວ​ຈະ​ວ່າ​ຢ່າງໃດ? ພວກເຮົາ​ຈະ​ເຮັດບາບ​ເພາະ​ພວກເຮົາ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ​ແຕ່​ຢູ່​ພາຍໃຕ້​ພຣະຄຸນ​ບໍ? ຢ່າ​ໃຫ້​ເປັນ​ຢ່າງນັ້ນ​ເລີຍ!


ຜູ້ໃດ​ຈະ​ກ່າວໂທດ​ໄດ້​ອີກ? ບໍ່​ມີ​ຜູ້ໃດ. ພຣະເຢຊູຄຣິດເຈົ້າ​ຜູ້​ຕາຍ ແລະ ຫລາຍກວ່າ​ນັ້ນ​ອີກ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ບັດນີ້ ພຣະອົງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ ແລະ ກຳລັງ​ອະທິຖານ​ອ້ອນວອນ​ເພື່ອ​ພວກເຮົາ​ດ້ວຍ.


ຈົ່ງ​ກັບຄືນ​ມາ​ສູ່​ຄວາມ​ມີ​ສະຕິ​ຂອງ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ຄວນ​ຈະ​ເປັນ ແລະ ເຊົາ​ເຮັດ​ບາບ​ສາ; ເພາະ​ມີ​ບາງຄົນ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເລີຍ ການ​ທີ່​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,


ເພາະ​ໂດຍ​ທາງ​ພຣະອົງ​ພວກເຮົາ​ທັງສອງ​ຈຶ່ງ​ໄດ້​ເຂົ້າ​ເຖິງ​ພຣະບິດາເຈົ້າ​ໂດຍ​ພຣະວິນຍານ​ອົງ​ດຽວກັນ.


“ໃນ​ຄວາມໃຈຮ້າຍ​ຂອງ​ພວກເຈົ້າ​ນັ້ນ​ຢ່າ​ໄດ້​ເຮັດ​ບາບ”. ຢ່າ​ໃຈຮ້າຍ​ຢູ່​ຈົນ​ເຖິງ​ຕາເວັນ​ຕົກ​ດິນ,


ດ້ວຍວ່າ ມີ​ພຣະເຈົ້າ​ອົງ​ດຽວ ແລະ ມີ​ຜູ້ກາງ​ແຕ່​ຜູ້​ດຽວ​ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ, ຄື​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ມະນຸດ,


ເຖິງ​ແມ່ນ​ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ອີກ​ບໍ່​ດົນ​ນີ້, ແຕ່​ເຮົາ​ກໍ​ຂຽນ​ຄຳແນະນຳ​ເຫລົ່ານີ້​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ,


ເພາະ​ພຣະຄຣິດເຈົ້າ​ບໍ່​ໄດ້​ເຂົ້າ​ສູ່​ສະຖານ​ນະມັດສະການ​ທີ່​ມະນຸດ​ສ້າງ​ຂຶ້ນ ເຊິ່ງ​ເປັນ​ພຽງ​ແບບຈຳລອງ​ມາ​ຈາກ​ຂອງ​ແທ້, ພຣະອົງ​ເຂົ້າ​ສູ່​ສະຫວັນ​ໂດຍ​ກົງ, ບັດນີ້ ໄດ້​ປາກົດ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ພວກເຮົາ​ທັງຫລາຍ.


ສາສະໜາ​ທີ່​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ຍອມຮັບ​ວ່າ​ບໍລິສຸດ ແລະ ບໍ່​ມີ​ຂໍ້ບົກພ່ອງ​ຄື: ການເບິ່ງແຍງ​ບັນດາ​ເດັກກ່ຳພ້າ ແລະ ແມ່ໝ້າຍ​ທີ່​ທຸກຍາກ​ຂອງ ແລະ ໃນ​ການຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ.


ພວກເຮົາ​ທັງຫລາຍ​ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ດ້ວຍ​ລີ້ນ ແລະ ພວກເຮົາ​ກໍ​ໃຊ້​ລີ້ນ​ນັ້ນ​ປ້ອຍດ່າ​ມະນຸດ​ຜູ້​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ພຣະເຈົ້າ.


“ພຣະອົງ​ບໍ່​ໄດ້​ເຮັດ​ບາບ ແລະ ບໍ່​ມີ​ຄຳ​ຫລອກລວງ​ໃນ​ປາກ​ຂອງ​ພຣະອົງ”


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.


ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປ່ອຍ​ໃຫ້​ຜູ້ໃດ​ມາ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງຜິດ. ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ເປັນ​ຜູ້ຊອບທຳ ເໝືອນດັ່ງ​ທີ່​ພຣະອົງ​ຊອບທຳ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ພວກເຈົ້າ​ມາ​ຈາກ​ພຣະເຈົ້າ ແລະ ໄດ້​ຊະນະ​ພວກເຂົາ​ເຫລົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຢູ່​ໃນ​ພວກເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ນັ້ນ​ທີ່​ຢູ່​ໃນ​ໂລກ.


ການ​ເຮັດ​ຜິດ​ທຸກ​ຢ່າງ​ລ້ວນ​ແຕ່​ເປັນ​ບາບ, ແຕ່​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ​ກໍ​ມີ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ຮູບເຄົາລົບ.


ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ​ຫລາຍ​ກວ່າ​ການ​ທີ່​ໄດ້​ຍິນ​ວ່າ​ບັນດາ​ລູກ​ຂອງ​ເຮົາ​ກຳລັງ​ເດີນ​ຢູ່​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka