Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ມີ​ບາບ, ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ ຄວາມຈິງ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ມີ​ບາບ ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ​ພວກເຮົາ​ກໍ​ບໍ່ມີ​ຄວາມຈິງ​ໃນ​ຈິດໃຈ.

Uka jalj uñjjattʼäta Copia luraña




1 ໂຢຮັນ 1:8
33 Jak'a apnaqawi uñst'ayäwi  

ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບໍ່​ມີ​ຈັກ​ຄົນ​ທີ່​ຊອບທຳ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ;


ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ ແລະ ຂາດ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ,


ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.


ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.


ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.


ຢ່າ​ພຽງ​ແຕ່​ຟັງ​ພຣະຄຳ ແລະ ຫລອກລວງ​ຕົນເອງ​ເທົ່ານັ້ນ, ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະຄຳ​ນັ້ນ.


ບັນດາ​ຜູ້​ທີ່​ຄິດ​ວ່າ​ຕົນເອງ​ເຄັ່ງ​ສາສະໜາ​ແຕ່​ບໍ່​ຄວບຄຸມ​ລີ້ນ​ຂອງ​ຕົນ​ໃຫ້​ດີ​ກໍ​ຫລອກລວງ​ຕົນເອງ ແລະ ສາສະໜາ​ຂອງ​ພວກເຂົາ​ກໍ​ໄຮ້ຄ່າ.


ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.


ພວກເຂົາ​ຈະ​ໄດ້​ຮັບ​ການ​ຕອບແທນ​ດ້ວຍ​ຄວາມ​ຊົ່ວຮ້າຍ​ສຳລັບ​ສິ່ງ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ. ພວກເຂົາ​ຖື​ວ່າ​ການດື່ມເຫລົ້າ​ໃນ​ເວລາ​ກາງເວັນ​ເປັນ​ຄວາມສະໜຸກສະໜານ. ພວກເຂົາ​ເປັນ​ຮອຍ​ເປື້ອນ ແລະ ຮອຍ​ຕຳໜິ, ພວກເຂົາ​ຫາ​ແຕ່​ຄວາມສະໜຸກສະໜານ​ໃສ່​ຕົນ​ຂະນະ​ທີ່​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ພວກເຈົ້າ.


ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ໄດ້​ເຮັດ​ບາບ ພວກເຮົາ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ ແລະ ພຣະຄຳ​ຂອງ​ພຣະອົງ​ກໍ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.


ຖ້າ​ພວກເຮົາ​ອ້າງ​ວ່າ​ມີ​ຄວາມ​ສາມັກຄີທຳ​ກັບ​ພຣະອົງ​ແຕ່​ຍັງ​ເດີນ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ ແລະ ບໍ່​ໄດ້​ດຳເນີນຊີວິດ​ໂດຍ​ຄວາມຈິງ.


ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ສັ່ງ ຜູ້​ນັ້ນ​ກໍ​ເປັນ​ຄົນຕົວະ ແລະ ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ​ເລີຍ.


ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.


ເພາະວ່າ​ຄວາມ​ຈິງ​ທີ່​ຢູ່​ໃນ​ພວກເຮົາ ແລະ ຈະ​ຢູ່​ກັບ​ພວກເຮົາ​ຕະຫລອດໄປ:


ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ເມື່ອ​ພີ່ນ້ອງ​ຜູ້ທີ່ເຊື່ອ​ບາງຄົນ​ໄດ້​ມາ ແລະ ໄດ້​ເປັນ​ພະຍານ​ເຖິງ​ຄວາມສັດຊື່​ຂອງ​ພວກເຈົ້າ​ຕໍ່​ຄວາມຈິງ ແລະ ເລົ່າ​ເຖິງ​ການ​ທີ່​ພວກທ່ານ​ເດີນ​ໃນ​ຄວາມຈິງ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka