ຂ້ານ້ອຍຈະບໍ່ຢູ່ໃນໂລກອີກຕໍ່ໄປແຕ່ພວກເຂົາຍັງຈະຢູ່ໃນໂລກ ແລະ ຂ້ານ້ອຍກຳລັງຈະໄປຫາພຣະອົງ. ພຣະບິດາເຈົ້າຜູ້ບໍລິສຸດເອີຍ, ຂໍປົກປ້ອງຄຸ້ມຄອງພວກເຂົາໄວ້ໂດຍລິດອຳນາດແຫ່ງນາມຂອງພຣະອົງ, ຄືນາມທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ ເພື່ອວ່າພວກເຂົາຈະເປັນອັນໜຶ່ງອັນດຽວກັນເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.