Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 1:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຊີວິດ​ນີ້​ໄດ້​ປາກົດ​ຂຶ້ນ​ແລ້ວ, ພວກເຮົາ​ໄດ້​ເຫັນ, ໄດ້​ເປັນພະຍານ ແລະ ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ດຳລົງ​ຢູ່​ກັບ​ພຣະບິດາເຈົ້າ ແລະ ໄດ້​ປາກົດ​ແກ່​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເມື່ອ​ຊີວິດ​ນັ້ນ​ໄດ້​ມາ​ປາກົດ ພວກເຮົາ​ກໍໄດ້​ເຫັນ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ພະຍານ​ເຖິງ​ຊີວິດ​ນັ້ນ ແລະ​ປະກາດ​ແກ່​ພວກເຈົ້າ​ເຖິງ​ຊີວິດ​ນິຣັນດອນ ຊຶ່ງ​ໄດ້​ມີ​ຢູ່​ກັບ​ພຣະບິດາເຈົ້າ ແລະ​ໄດ້​ປາກົດ​ແກ່​ພວກເຮົາ.

Uka jalj uñjjattʼäta Copia luraña




1 ໂຢຮັນ 1:2
37 Jak'a apnaqawi uñst'ayäwi  

ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ໃນ​ພຣະອົງ​ຄື​ຊີວິດ ແລະ ຊີວິດ​ນັ້ນ​ເປັນ​ຄວາມສະຫວ່າງ​ຂອງ​ມະນຸດ.


ເຮົາ​ໃຫ້​ຊີວິດ​ນິລັນດອນ​ແກ່​ແກະ​ນັ້ນ ແລະ ແກະ​ນັ້ນ​ຈະ​ບໍ່​ຈິບຫາຍ​ຈັກເທື່ອ, ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ແກະ​ນັ້ນ​ອອກ​ໄປ​ຈາກ​ມື​ຂອງ​ເຮົາ​ໄດ້.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ແລະ ພວກເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ເໝືອນກັນ, ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕັ້ງ​ແຕ່​ຕົ້ນ​ແລ້ວ.


ເຮົາ​ມາ​ຈາກ​ພຣະບິດາເຈົ້າ ແລະ ເຂົ້າ​ມາ​ໃນ​ໂລກ, ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຈາກ​ໂລກ ແລະ ກັບ​ໄປ​ຫາ​ພຣະບິດາເຈົ້າ”.


ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.


ແລະ ບັດນີ້ ພຣະບິດາເຈົ້າ​ເອີຍ, ຂໍໃຫ້​ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຢູ່​ຕໍ່ໜ້າ​ພຣະອົງ ຄື​ສະຫງ່າລາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ຮ່ວມ​ກັບ​ພຣະອົງ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ​ນັ້ນ.


ຜູ້​ທີ່​ເຫັນ​ເຫດການ​ນັ້ນ​ໄດ້​ເປັນ​ພະຍານ ແລະ ຄຳພະຍານ​ຂອງ​ລາວ​ກໍ​ເປັນ​ຄວາມ​ຈິງ. ລາວ​ຮູ້​ວ່າ​ຕົນ​ເວົ້າ​ຄວາມຈິງ ແລະ ລາວ​ໄດ້​ເປັນ​ພະຍານ​ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ເຊື່ອ​ເໝືອນກັນ.


ນີ້​ເປັນ​ເທື່ອ​ທີ​ສາມ​ທີ່​ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ ຫລັງຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ.


ບໍ່​ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ​ເວັ້ນ​ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ຄື ບຸດມະນຸດ.


ແຕ່​ເຮົາ​ຮູ້ຈັກ​ພຣະອົງ​ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ ພຣະອົງ​ໄດ້​ໃຊ້​ເຮົາ​ມາ”.


ເຮົາ​ກຳລັງ​ບອກ​ພວກເຈົ້າ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ເມື່ອ​ຢູ່​ກັບ​ພຣະບິດາເຈົ້າ ແລະ ພວກເຈົ້າ​ກໍ​ເຮັດ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ຈາກ​ພໍ່​ຂອງ​ພວກເຈົ້າ”.


ຄື​ຕັ້ງແຕ່​ບັບຕິສະມາ​ຂອງ​ໂຢຮັນ​ຈົນ​ເຖິງ​ເວລາ​ທີ່​ພຣະເຢຊູເຈົ້າ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ພວກເຮົາ. ເພາະ​ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເປັນ​ພະຍານ​ຮ່ວມ​ກັບ​ພວກເຮົາ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະອົງ”.


ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.


ພວກຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫລົ່ານີ້ ແລະ ພຣະວິນຍານບໍລິສຸດເຈົ້າ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ເປັນ​ພະຍານ​ເໝືອນກັນ”.


ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,


ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ແຕ່​ບັດນີ້ ໄດ້​ເປີດເຜີຍ​ຜ່ານທາງ​ການ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າເຢຊູ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຜູ້​ໄດ້​ທຳລາຍ​ຄວາມຕາຍ ແລະ ໄດ້​ນຳ​ຊີວິດ ແລະ ຄວາມເປັນອະມະຕະ​ມາ​ສູ່​ຄວາມ​ສະຫວ່າງ​ຜ່ານທາງ​ຂ່າວປະເສີດ


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິລັນດອນ ເຊິ່ງ​ພຣະເຈົ້າ​ຜູ້​ບໍ່​ກ່າວ​ຕົວະ​ໄດ້​ສັນຍາ​ໄວ້​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ


ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:


ພວກເຮົາ​ໄດ້​ປະກາດ​ກ່ຽວກັບ​ພຣະທຳ​ແຫ່ງ​ຊີວິດ ເຊິ່ງ​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ, ເຊິ່ງ​ພວກເຮົາ​ໄດ້​ຍິນ, ເຊິ່ງ​ພວກເຮົາ​ໄດ້​ເຫັນ​ກັບ​ຕາ, ເຊິ່ງ​ພວກເຮົາ​ໄດ້​ແນມເບິ່ງ ແລະ ໄດ້​ສຳພັດ​ດ້ວຍ​ມື​ຂອງ​ພວກເຮົາ.


ແລະ ນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຮົາ​ຄື​ຊີວິດ​ນິລັນດອນ.


ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.


ຜູ້​ທີ່​ເຮັດບາບ​ກໍ​ມາ​ຈາກ​ມານຮ້າຍ ເພາະ​ມານຮ້າຍ​ເຮັດ​ບາບ​ມາ​ຕັ້ງແຕ່​ປະຖົມມະການ. ເຫດຜົນ​ທີ່​ພຣະບຸດ​ຂອງ​ພຣະເຈົ້າ​ມາ​ປາກົດ​ກໍ​ຄື​ເພື່ອ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ.


ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.


ນີ້​ຄື​ວິທີ​ທີ່​ພວກເຈົ້າ​ສາມາດ​ຮັບຮູ້​ພຣະວິນຍານ​ຂອງ​ພຣະເຈົ້າ​ຄື: ທຸກ​ວິນຍານ​ທີ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ​ກໍ​ມາ​ຈາກ​ພຣະເຈົ້າ,


ແລະ ນີ້​ແມ່ນ​ຄຳພະຍານ​ຄື: ພຣະເຈົ້າ​ໄດ້​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຮົາ ແລະ ຊີວິດ​ນີ້​ມີ​ຢູ່ໃນ​ພຣະບຸດ​ຂອງ​ພຣະອົງ.


ເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ພວກເຈົ້າ​ມີ​ຊີວິດ​ນິລັນດອນ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka