Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 1:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ໄດ້​ເຮັດ​ບາບ ພວກເຮົາ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ ແລະ ພຣະຄຳ​ຂອງ​ພຣະອົງ​ກໍ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ໄດ້​ເຮັດ​ບາບ​ກໍ​ເທົ່າ​ກັບ​ວ່າ ພວກເຮົາ​ເຮັດ​ໃຫ້​ພຣະເຈົ້າ​ເປັນ​ຜູ້​ຕົວະ ແລະ​ພຣະທຳ​ຂອງ​ພຣະອົງ​ກໍ​ບໍ່​ຢູ່​ໃນ​ພວກເຮົາ​ເລີຍ.

Uka jalj uñjjattʼäta Copia luraña




1 ໂຢຮັນ 1:10
12 Jak'a apnaqawi uñst'ayäwi  

ແຕ່​ຜູ້​ທີ່​ຍອມຮັບ​ຄຳພະຍານ​ນັ້ນ​ກໍ​ຢືນຢັນ​ວ່າ​ພຣະເຈົ້າ​ເປັນ​ຈິງ.


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ມີ​ບາບ, ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ ຄວາມຈິງ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ເຂັ້ມແຂງ ແລະ ຖ້ອຍຄຳ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.


ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ສັ່ງ ຜູ້​ນັ້ນ​ກໍ​ເປັນ​ຄົນຕົວະ ແລະ ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ​ເລີຍ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ພວກເຈົ້າ​ມາ​ຈາກ​ພຣະເຈົ້າ ແລະ ໄດ້​ຊະນະ​ພວກເຂົາ​ເຫລົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຢູ່​ໃນ​ພວກເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ນັ້ນ​ທີ່​ຢູ່​ໃນ​ໂລກ.


ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຍອມຮັບ​ຄຳພະຍານ​ນີ້. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ, ເພາະ​ພວກເຂົາ​ບໍ່​ເຊື່ອ​ຄຳພະຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.


ເພາະວ່າ​ຄວາມ​ຈິງ​ທີ່​ຢູ່​ໃນ​ພວກເຮົາ ແລະ ຈະ​ຢູ່​ກັບ​ພວກເຮົາ​ຕະຫລອດໄປ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka