Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພວກເຮົາ​ໄດ້​ປະກາດ​ກ່ຽວກັບ​ພຣະທຳ​ແຫ່ງ​ຊີວິດ ເຊິ່ງ​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ, ເຊິ່ງ​ພວກເຮົາ​ໄດ້​ຍິນ, ເຊິ່ງ​ພວກເຮົາ​ໄດ້​ເຫັນ​ກັບ​ຕາ, ເຊິ່ງ​ພວກເຮົາ​ໄດ້​ແນມເບິ່ງ ແລະ ໄດ້​ສຳພັດ​ດ້ວຍ​ມື​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຊຶ່ງ​ມີ​ຢູ່​ແຕ່​ປະຖົມມະການ ຊຶ່ງ​ເຮົາ​ໄດ້ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິຈາລະນາ​ເບິ່ງ ແລະ​ມື​ຂອງເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວກັບ​ພຣະທຳ​ອັນ​ຊົງ​ຊີວິດ.

Uka jalj uñjjattʼäta Copia luraña




1 ໂຢຮັນ 1:1
23 Jak'a apnaqawi uñst'ayäwi  

ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ.


ຈົ່ງ​ເບິ່ງ​ມື ແລະ ຕີນ​ຂອງ​ເຮົາ. ນີ້​ແມ່ນ​ເຮົາ​ເອງ! ສຳພັດ​ເຮົາ​ເບິ່ງ; ເພາະວ່າ​ຜີ​ບໍ່​ມີ​ເນື້ອໜັງ ແລະ ກະດູກ ເໝືອນ​ທີ່​ພວກເຈົ້າ​ເຫັນ​ຢູ່​ວ່າ​ເຮົາ​ມີ”.


ຜູ້​ທີ່​ເຫັນ​ເຫດການ​ນັ້ນ​ໄດ້​ເປັນ​ພະຍານ ແລະ ຄຳພະຍານ​ຂອງ​ລາວ​ກໍ​ເປັນ​ຄວາມ​ຈິງ. ລາວ​ຮູ້​ວ່າ​ຕົນ​ເວົ້າ​ຄວາມຈິງ ແລະ ລາວ​ໄດ້​ເປັນ​ພະຍານ​ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ເຊື່ອ​ເໝືອນກັນ.


ຫລັງຈາກນັ້ນ ພຣະອົງກ່າວ​ກັບ​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ບ່ອນນີ້ ຈົ່ງ​ເບິ່ງ​ມື​ຂອງ​ເຮົາ ແລະ ເອົາ​ມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ທີ່​ຂ້າງ​ຂອງ​ເຮົາ. ຈົ່ງ​ເຊົາ​ສົງໄສ ແລະ ຈົ່ງ​ເຊື່ອ”.


ເພາະວ່າ​ພຣະບິດາເຈົ້າ​ມີຊີວິດ​ໃນ​ພຣະອົງ​ເອງ​ສັນໃດ ພຣະອົງ​ກໍ​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ອັບຣາຮາມ​ເກີດ, ເຮົາ​ກໍ​ເປັນ​ຢູ່​ແລ້ວ!”


ຫລັງຈາກ​ທີ່​ພຣະອົງ​ໄດ້​ທົນທຸກທໍລະມານ, ພຣະອົງ​ກໍ​ໄດ້​ສະແດງ​ພຣະອົງ​ແກ່​ຄົນ​ເຫລົ່ານັ້ນ ແລະ ໄດ້​ໃຫ້​ຂໍ້​ພິສູດ​ທີ່​ເຮັດ​ໃຫ້​ມີ​ຄວາມໝັ້ນໃຈ​ຫລາຍ​ປະການ​ວ່າ​ພຣະອົງ​ມີຊີວິດ​ຢູ່. ພຣະອົງ​ໄດ້​ປາກົດ​ແກ່​ພວກເພິ່ນ​ໃນ​ລະຫວ່າງ​ສີ່ສິບ​ວັນ ແລະ ໄດ້​ກ່າວ​ກ່ຽວກັບ​ອານາຈັກ​ຂອງ​ພຣະເຈົ້າ.


ສຳລັບ​ພວກເຮົາ​ແລ້ວ, ຈະ​ໃຫ້​ພວກເຮົາ​ຢຸດ​ເວົ້າ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ​ກໍ​ບໍ່​ໄດ້”.


ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.


ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.


ເພາະ​ມີ​ສາມ​ສິ່ງ​ທີ່​ເປັນພະຍານ​ຄື:


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


ເສື້ອຄຸມ​ທີ່​ພຣະອົງ​ຫົ່ມ​ນັ້ນ​ກໍ​ໄດ້​ຈຸ່ມ​ໃນ​ເລືອດ ແລະ ນາມ​ຂອງ​ພຣະອົງ​ຄື​ພຣະຄຳ​ຂອງ​ພຣະເຈົ້າ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka