Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 9:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ນີ້​ແມ່ນ​ຂໍ້ແກ້ຕົວ​ຂອງ​ເຮົາ​ຕໍ່​ຜູ້​ທີ່​ຈະ​ມາ​ພິພາກສາ​ເຮົາ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຖ້າ​ຜູ້ໃດ​ສອບສວນ​ເຮົາ ເຮົາ​ກໍ​ກ່າວ​ປ້ອງກັນ​ຕົວ​ດັ່ງນີ້​ວ່າ:

Uka jalj uñjjattʼäta Copia luraña




1 ໂກຣິນໂທ 9:3
14 Jak'a apnaqawi uñst'ayäwi  

“ເມື່ອ​ພວກເຈົ້າ​ຖືກ​ນຳ​ເຂົ້າໄປ​ຢູ່​ຕໍ່ໜ້າ​ທຳມະສາລາ, ບັນດາ​ຜູ້ປົກຄອງ ຫລື ຜູ້​ມີ​ສິດອຳນາດ, ຢ່າ​ຄິດ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ປ້ອງກັນ​ຕົນ​ເອງ​ຢ່າງໃດ ຫລື ຈະ​ເວົ້າ​ສິ່ງໃດ,


“ອ້າຍ ແລະ ພໍ່​ທັງຫລາຍ​ເອີຍ, ບັດນີ້​ຂໍ​ໃຫ້​ຟັງ​ຄຳ​ໃຫ້​ການ​ຂອງ​ຂ້າພະເຈົ້າ​ດ້ວຍ”.


“ຂ້າພະເຈົ້າ​ບອກ​ພວກເຂົາ​ວ່າ​ບໍ່​ແມ່ນ​ທຳນຽມ​ຂອງ​ໂຣມ​ທີ່​ຈະ​ມອບ​ໃຜກໍຕາມ​ກ່ອນ​ທີ່​ພວກເຂົາ​ໄດ້​ມາ​ຊ້ອງໜ້າ​ກັບ​ຜູ້ກ່າວຫາ​ຂອງ​ພວກເຂົາ ແລະ ມີ​ໂອກາດ​ທີ່​ຈະ​ປ້ອງກັນ​ຕົນເອງ​ຕໍ່​ຂໍ້ກ່າວຫາ​ນັ້ນ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຜູ້ທຳນວາຍ ຫລື ມີ​ຂອງປະທານ​ຈາກ​ພຣະວິນຍານ ກໍ​ໃຫ້​ພວກເຂົາ​ຍອມຮັບ​ວ່າ​ຂໍ້ຄວາມ​ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ນັ້ນ​ເປັນ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຖິງແມ່ນວ່າ​ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ສຳລັບ​ຄົນ​ອື່ນໆ, ແນ່ນອນ​ເຮົາ​ກໍ​ເປັນ​ອັກຄະສາວົກ​ສຳລັບ​ພວກເຈົ້າ! ເພາະວ່າ​ພວກເຈົ້າ​ທັງຫລາຍ​ຄື​ຕາປະທັບ​ແຫ່ງ​ການ​ເປັນ​ອັກຄະສາວົກ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ.


ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ກິນ ແລະ ດື່ມ​ບໍ?


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


ເມື່ອ​ພວກເຈົ້າ​ຮຽກຮ້ອງ​ໃຫ້​ພິສູດ​ວ່າ​ພຣະຄຣິດເຈົ້າ​ກຳລັງ​ກ່າວ​ຜ່ານ​ທາງ​ເຮົາ. ພຣະອົງ​ບໍ່​ໄດ້​ອ່ອນແອ​ໃນ​ຄວາມສຳພັນ​ກັບ​ພວກເຈົ້າ ແຕ່​ເຕັມ​ດ້ວຍ​ລິດອຳນາດ​ຢູ່​ທ່າມກາງ​ພວກເຈົ້າ.


ຈົ່ງ​ພິຈາລະນາ​ຕົນເອງ​ເພື່ອ​ເບິ່ງ​ວ່າ​ພວກເຈົ້າ​ຢູ່​ໃນ​ຄວາມເຊື່ອ ຫລື ບໍ່; ຈົ່ງ​ທົດສອບ​ຕົນເອງ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພຣະເຢຊູຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ແນ່ນອນ​ເວັ້ນໄວ້​ແຕ່​ວ່າ​ພວກເຈົ້າ​ບໍ່​ຜ່ານ​ການທົດສອບ​ນັ້ນ?


ສ່ວນ​ຄົນ​ພວກ​ທຳອິດ​ນັ້ນ​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ບໍ່​ຈິງໃຈ, ພວກເຂົາ​ຫວັງ​ຈະ​ສ້າງ​ຄວາມເດືອດຮ້ອນ​ໃຫ້​ເຮົາ​ໃນ​ຂະນະ​ທີ່​ຖືກ​ລ່າມໂສ້​ຢູ່.


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ໃນ​ການສູ້ຄະດີ​ຄັ້ງ​ທຳອິດ​ຂອງ​ເຮົາ​ນັ້ນ, ບໍ່​ມີ​ຜູ້ໃດ​ຢູ່​ຝ່າຍ​ເຮົາ​ເລີຍ ທຸກຄົນ​ປະຖິ້ມ​ເຮົາ​ຫມົດ. ຂໍ​ຢ່າ​ໃຫ້​ພວກເຂົາ​ຕ້ອງ​ໄດ້​ຮັບໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka