Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 9:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຮົາ​ບໍ່​ມີ​ເສລີພາບ​ບໍ? ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່​ໄດ້​ເຫັນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ພວກເຈົ້າ​ບໍ່​ໄດ້​ເປັນ​ຜົນ​ຂອງ​ວຽກງານ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເຮົາ​ບໍ່ມີ​ເສລີພາບ​ບໍ? ເຮົາ​ບໍ່ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່ໄດ້​ເຫັນ​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ແລະ​ພວກເຈົ້າ​ບໍ່ແມ່ນ​ຜົນງານ​ຂອງເຮົາ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ບໍ?

Uka jalj uñjjattʼäta Copia luraña




1 ໂກຣິນໂທ 9:1
37 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.


ແຕ່​ເມື່ອ​ອັກຄະສາວົກ​ບາຣະນາບາ​ກັບ​ໂປໂລ ໄດ້​ຍິນ​ເລື່ອງ​ນີ້, ພວກເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ​ແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ໃນ​ທ່າມກາງ​ປະຊາຊົນ ແລະ ຮ້ອງຂຶ້ນ​ວ່າ,


ປະຊາຊົນ​ໃນ​ເມືອງ​ນັ້ນ​ໄດ້​ແຍກ​ເປັນ​ສອງ​ຝ່າຍ; ຝ່າຍ​ໜຶ່ງ​ຢູ່​ຝ່າຍ​ຢິວ, ອີກ​ຝ່າຍ​ໜຶ່ງ​ຢູ່​ກັບ​ຝ່າຍ​ອັກຄະສາວົກ.


ໃນ​ຄືນ​ຕໍ່ມາ ອົງພຣະຜູ້ເປັນເຈົ້າ​ຢືນ​ຢູ່​ໃກ້​ໂປໂລ ແລະ ກ່າວ​ວ່າ, “ຈົ່ງ​ກ້າຫານ! ດັ່ງ​ທີ່​ເຈົ້າ​ໄດ້​ເປັນພະຍານ​ໃຫ້​ເຮົາ​ໃນ​ເຢຣູຊາເລັມ​ຢ່າງ​ໃດ, ເຈົ້າ​ກໍ​ຈະ​ຕ້ອງ​ເປັນ​ພະຍານ​ໃນ​ໂຣມ​ຢ່າງ​ນັ້ນ”.


ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.


ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ເມື່ອ​ລາວ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ຈາກ​ສະຫວັນ​ສ່ອງ​ແມບມາບ​ລົງ​ມາ​ອ້ອມ​ລາວ.


ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.


ເຮົາ​ກຳລັງ​ເວົ້າ​ກັບ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ. ເນື່ອງຈາກວ່າ​ເຮົາ​ເປັນ​ອັກຄະສາວົກ​ທີ່​ຖືກ​ໃຊ້​ມາ​ຫາ​ຄົນຕ່າງຊາດ, ເຮົາ​ມີ​ຄວາມພູມໃຈ​ໃນ​ພັນທະກິດ​ຂອງ​ເຮົາ


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງ​ຂອງ​ພວກເຮົາ,


ເຮົາ​ກຳລັງ​ໝາຍ​ເຖິງ​ຈິດສຳນຶກ​ຂອງ​ຄົນ​ອື່ນ, ບໍ່ແມ່ນ​ຂອງ​ພວກເຈົ້າ. ເພາະ​ເປັນຫຍັງ​ເສລີພາບ​ຂອງ​ເຮົາ​ຈຶ່ງ​ຖືກ​ຕັດສິນ​ໂດຍ​ຈິດສຳນຶກ​ຂອງ​ຄົນ​ອື່ນ?


ຖ້າ​ເຮົາ​ມີ​ສ່ວນຮ່ວມ​ໃນ​ອາຫານ​ນັ້ນ​ດ້ວຍ​ການໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຕຳໜິ​ເພາະ​ສິ່ງ​ທີ່​ເຮົາ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ?


ຖ້າ​ຜູ້ໃດ​ຈະ​ຖົກຖຽງ​ກ່ຽວກັບ​ເລື່ອງ​ນີ້ ພວກເຮົາ​ກັບ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ບໍ່​ມີ​ເລື່ອງ​ປະຕິບັດ​ຢ່າງ​ອື່ນ.


ເຮົາ​ເປັນ​ຜູ້​ປູກ​ເມັດພືດ, ອາໂປໂລ​ເປັນ​ຜູ້​ຫົດນ້ຳ​ເມັດພືດ​ນັ້ນ, ແຕ່​ພຣະເຈົ້າ​ເຮັດ​ໃຫ້​ເມັດພືດ​ນັ້ນ​ເຕີບໃຫຍ່​ຂຶ້ນ.


ເຖິງແມ່ນວ່າ​ເຮົາ​ເປັນ​ອິດສະຫລະ ແລະ ບໍ່​ຂຶ້ນ​ກັບ​ຜູ້ໃດ, ເຮົາ​ກໍ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຂ້າທາດ​ແກ່​ທຸກໆ​ຄົນ, ເພື່ອ​ຈະ​ຊະນະ​ໃຈ​ຄົນ​ຈຳນວນ​ຫລາຍ​ເທົ່າ​ທີ່​ຈະ​ເປັນໄປ​ໄດ້.


ພວກເຈົ້າ​ກຳລັງ​ຕັດສິນ​ຕາມ​ລັກສະນະ​ພາຍນອກ. ຖ້າ​ຜູ້ໃດ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ, ກໍ​ຄວນ​ພິຈາລະນາ​ອີກ​ວ່າ​ພວກເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ກວ່າ​ທີ່​ພວກເຂົາ​ເປັນ​ຢູ່.


ເຮົາ​ກໍ​ບໍ່​ໄດ້​ຄິດ​ວ່າ​ເຮົາ​ເອງ​ຕໍ່າຕ້ອຍ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ” ເຫລົ່ານັ້ນ​ແມ່ນແຕ່​ໜ້ອຍດຽວ.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ ເຊິ່ງ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ມະນຸດ ຫລື ໂດຍ​ມະນຸດ​ຄົນໃດ, ແຕ່​ໂດຍ​ພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າ​ພຣະບິດາ, ຜູ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ,


ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.


ພວກເຮົາ​ບໍ່​ໄດ້​ຊອກຫາ​ຄຳຍ້ອງຍໍ​ຈາກ​ມະນຸດ, ບໍ່​ວ່າ​ຈາກ​ພວກເຈົ້າ ຫລື ຈາກ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ໃນ​ຖານະ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ ພວກເຮົາ​ສາມາດ​ໃຊ້​ສິດອຳນາດ​ຂອງ​ພວກເຮົາ​ໄດ້​ກໍ​ຕາມ.


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka