Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 8:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເຖິງຢ່າງໃດ​ກໍ​ຕາມ ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ສິດ​ຂອງ​ພວກເຈົ້າ​ກາຍເປັນ​ສິ່ງ​ສະດຸດ​ໃຈ​ຕໍ່​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ອ່ອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ແຕ່​ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ ເປັນ​ເຫດ​ໃຫ້​ຄົນ​ທີ່​ມີ​ຄວາມເຊື່ອ​ອ່ອນ​ສະດຸດ​ໃຈ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 8:9
27 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.


ພວກເຮົາ​ທີ່​ເຂັ້ມແຂງ​ແລ້ວ​ກໍ​ຄວນ​ອົດທົນ​ຕໍ່​ຄວາມຜິດພາດ​ຂອງ​ຜູ້​ທີ່​ຍັງ​ອ່ອນ​ຕໍ່​ຄວາມເຊື່ອ ແລະ ພວກເຮົາ​ບໍ່​ຄວນ​ເຮັດ​ຕາມ​ຄວາມພໍໃຈ​ຂອງ​ຕົນ​ເອງ.


ທຸກຄົນ​ບໍ່​ຄວນ​ເຫັນ​ແກ່​ຜົນປະໂຫຍດ​ຕົນ​ເອງ ແຕ່​ຈົ່ງ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຜູ້​ອື່ນ.


ແຕ່​ຖ້າ​ມີ​ຜູ້ໃດ​ມາ​ບອກ​ພວກເຈົ້າ​ວ່າ, “ອາຫານ​ນີ້​ໄດ້​ຖືກ​ມອບ​ໃຫ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ”, ກໍ​ຢ່າ​ກິນ​ອາຫານ​ນັ້ນ, ເພື່ອ​ເຫັນ​ແກ່​ທັງ​ຄົນ​ທີ່​ບອກ​ພວກເຈົ້າ ແລະ ເຫັນ​ແກ່​ຈິດສຳນຶກ.


ເຮົາ​ກຳລັງ​ໝາຍ​ເຖິງ​ຈິດສຳນຶກ​ຂອງ​ຄົນ​ອື່ນ, ບໍ່ແມ່ນ​ຂອງ​ພວກເຈົ້າ. ເພາະ​ເປັນຫຍັງ​ເສລີພາບ​ຂອງ​ເຮົາ​ຈຶ່ງ​ຖືກ​ຕັດສິນ​ໂດຍ​ຈິດສຳນຶກ​ຂອງ​ຄົນ​ອື່ນ?


ຢ່າ​ເປັນ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ຜູ້ໃດ​ສະດຸດໃຈ ບໍ່​ວ່າ​ຈະ​ເປັນ​ຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກ​ຂອງ​ພຣະເຈົ້າ


ເພາະ​ຖ້າ​ຜູ້​ທີ່​ມີ​ຈິດສຳນຶກ​ຍັງ​ອ່ອນ ເຫັນ​ພວກເຈົ້າ​ຜູ້​ມີ​ຄວາມຮູ້​ນັ່ງ​ກິນອາຫານ​ຢູ່​ໃນ​ວິຫານ​ຂອງ​ຮູບເຄົາລົບ ຄົນ​ຜູ້ນັ້ນ​ຈະ​ບໍ່​ມີ​ໃຈກ້າ​ກິນ​ສິ່ງ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ນັ້ນ​ບໍ?


ເມື່ອ​ເຈົ້າ​ເຮັດບາບ​ຕໍ່​ພວກເຂົາ​ໃນ​ວິທີ​ນີ້ ແລະ ທຳລາຍ​ຈິດສຳນຶກ​ທີ່​ອ່ອນແອ​ຂອງ​ພວກເຂົາ, ເຈົ້າ​ກໍ​ເຮັດບາບ​ຕໍ່​ພຣະຄຣິດເຈົ້າ.


ຕໍ່​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເຮົາ​ກໍ​ເປັນ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເພື່ອ​ຈະ​ຊະນະ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ. ເຮົາ​ໄດ້​ກາຍ​ເປັນ​ທຸກ​ສິ່ງ​ແກ່​ຄົນ​ທັງປວງ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ​ໂດຍ​ທຸກ​ວິທີທາງ​ທີ່​ເປັນໄປໄດ້.


ເຮົາ​ລະອາຍ​ທີ່​ຕ້ອງ​ຍອມຮັບ​ວ່າ​ເຮົາ​ອ່ອນແອ​ເກີນໄປ​ທີ່​ຈະ​ເຮັດ​ຢ່າງນັ້ນ! ຜູ້ໃດ​ກ້າ​ອວດ​ເລື່ອງ​ໃດ ເຮົາ​ຂໍ​ເວົ້າ​ຢ່າງ​ຄົນໂງ່​ວ່າ ເຮົາ​ກໍ​ກ້າ​ອວດ​ເລື່ອງ​ນັ້ນ​ເໝືອນກັນ.


ມີ​ຜູ້ໃດ​ແດ່​ທີ່​ອ່ອນກຳລັງ ແລ້ວ​ເຮົາ​ບໍ່​ຮູ້ສຶກ​ອ່ອນກຳລັງ​ໄປ​ນຳ? ມີ​ຜູ້ໃດ​ແດ່​ຖືກ​ຊັກຊວນ​ໃຫ້​ເຮັດ​ບາບ ແລ້ວ​ເຮົາ​ບໍ່​ຮ້ອນຮົນ​ໃຈ?


ພວກເຮົາ​ບໍ່​ເຮັດໃຫ້​ທາງເດີນ​ຂອງ​ຜູ້ໃດ​ຊູນສະດຸດ, ເພື່ອ​ວ່າ​ພັນທະກິດ​ຂອງ​ພວກເຮົາ​ຈະ​ບໍ່​ຂາດ​ຄວາມເຊື່ອຖື.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ໄດ້​ຖືກ​ເອີ້ນ​ນັ້ນ​ກໍ​ເພື່ອ​ເສລີພາບ. ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເພື່ອ​ເຮັດ​ຕາມ​ເນື້ອໜັງ; ແຕ່​ຈົ່ງ​ຮັບໃຊ້​ກັນແລະກັນ​ດ້ວຍ​ຄວາມຖ່ອມຕົວ​ໃນ​ຄວາມຮັກ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ປັດຊະຍາ​ອັນ​ບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງ​ອາໄສ​ປະເພນີ​ຂອງ​ມະນຸດ​ທີ່​ສືບທອດ​ກັນ​ມາ ແລະ ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແທນ​ທີ່​ຈະ​ອາໄສ​ພຣະຄຣິດເຈົ້າ.


ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ຄົນ​ທີ່​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເປັນ​ຂໍ້​ອ້າງ​ເພື່ອ​ປົກປິດ​ຄວາມຊົ່ວ, ຈົ່ງ​ດຳເນີນຊີວິດ​ເໝືອນ​ເປັນ​ຂ້າທາດ​ຂອງ​ພຣະເຈົ້າ.


ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.


ເຖິງປານນັ້ນ ເຮົາ​ມີ​ບາງ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ມີ​ບາງ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ຢຶດຖື​ຄຳສອນ​ຂອງ​ບາລາອາມ ເຊິ່ງ​ໄດ້​ສອນ​ບາຫລາກ​ໃຫ້​ຊັກຊວນ​ຊາວ​ອິດສະຣາເອນ​ໃຫ້​ເຮັດບາບ​ດ້ວຍ​ການ​ກິນອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ ແລະ ການ​ເຮັດ​ຜິດສິນທຳທາງເພດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka