Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 8:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ດັ່ງນັ້ນ ເລື່ອງ​ການ​ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ​ນັ້ນ ພວກເຮົາ​ກໍ​ຮູ້​ຢູ່​ວ່າ “ຮູບເຄົາລົບ​ນັ້ນ​ບໍ່​ມີ​ຄວາມໝາຍ​ຫຍັງ​ໝົດ​ໃນ​ໂລກ” ແລະ “ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”

Uka jalj uñjjattʼäta Copia luraña




1 ໂກຣິນໂທ 8:4
33 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຂໍ້​ທີ່​ສຳຄັນ​ທີ່ສຸດ​ຄື ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ, ອົງພຣະຜູ້ເປັນເຈົ້າ​ເປັນ​ໜຶ່ງ​ດຽວ.


“ທ່ານ​ທັງຫລາຍ​ເອີຍ, ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ກໍ​ເປັນ​ມະນຸດ​ທຳມະດາ​ເໝືອນກັນ​ກັບ​ພວກທ່ານ. ພວກເຮົາ​ກຳລັງ​ນຳ​ເອົາ​ຂ່າວປະເສີດ​ມາ​ໃຫ້​ພວກທ່ານ, ເພື່ອ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ເຫລົ່ານີ້​ມາ​ຫາ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.


ແຕ່​ໃຫ້​ພວກເຮົາ​ຂຽນ​ໄປ​ຫາ​ພວກເຂົາ, ໂດຍ​ບອກ​ພວກເຂົາ​ໃຫ້​ລະເວັ້ນ​ຈາກ​ອາຫານ​ທີ່​ມີ​ມົນທິນ​ເພາະ​ຮູບເຄົາລົບ, ຈາກ​ການ​ຜິດສິນທຳ​ທາງ​ເພດ, ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ຈາກ​ການ​ກິນ​ເລືອດ.


ແລະ ພວກເຈົ້າ​ກໍ​ໄດ້​ເຫັນ ແລະ ໄດ້​ຍິນ​ທີ່​ໂປໂລ​ຄົນ​ນີ້​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ຫລົງທາງ​ທັງ​ໃນ​ເອເຟໂຊ​ກັບ​ທົ່ວ​ແຂວງ​ເອເຊຍ. ລາວ​ເວົ້າ​ວ່າ​ບັນດາ​ຮູບ​ປັ້ນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ​ບໍ່​ໄດ້​ແມ່ນ​ເທບພະເຈົ້າ​ເລີຍ.


ເລື່ອງ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ: ພວກເຮົາ​ຮູ້​ວ່າ “ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ມີ​ຄວາມຮູ້”. ແຕ່​ຄວາມຮູ້​ນັ້ນ​ເຮັດ​ໃຫ້​ອວດໂຕ ຂະນະ​ທີ່​ຄວາມຮັກ​ເສີມສ້າງ​ຂຶ້ນ.


ເພາະ​ຖ້າ​ຜູ້​ທີ່​ມີ​ຈິດສຳນຶກ​ຍັງ​ອ່ອນ ເຫັນ​ພວກເຈົ້າ​ຜູ້​ມີ​ຄວາມຮູ້​ນັ່ງ​ກິນອາຫານ​ຢູ່​ໃນ​ວິຫານ​ຂອງ​ຮູບເຄົາລົບ ຄົນ​ຜູ້ນັ້ນ​ຈະ​ບໍ່​ມີ​ໃຈກ້າ​ກິນ​ສິ່ງ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ນັ້ນ​ບໍ?


ດັ່ງນັ້ນ ຄວາມຮູ້​ຂອງ​ເຈົ້າ​ໄດ້​ທຳລາຍ​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ອ່ອນ​ເຫລົ່ານີ້ ເຊິ່ງ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຂົາ.


ໃນ​ເມື່ອ​ກ່ອນ ພວກເຈົ້າ​ຍັງ​ບໍ່​ຮູ້​ຈັກ​ພຣະເຈົ້າ, ພວກເຈົ້າ​ໄດ້​ເປັນ​ຂ້າທາດ​ຂອງ​ບັນດາ​ຜູ້​ທີ່​ໂດຍ​ທຳມະດາ​ແລ້ວ​ບໍ່ແມ່ນ​ພະ​ທັງຫລາຍ​ເລີຍ.


ມີ​ພຣະເຈົ້າ​ອົງ​ດຽວ ແລະ ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ, ຜູ້​ສະຖິດ​ຢູ່​ເໜືອ​ຄົນ​ທັງປວງ ແລະ ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.


ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.


ດ້ວຍວ່າ ມີ​ພຣະເຈົ້າ​ອົງ​ດຽວ ແລະ ມີ​ຜູ້ກາງ​ແຕ່​ຜູ້​ດຽວ​ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ, ຄື​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ມະນຸດ,


ຄື​ແດ່​ພຣະເຈົ້າ​ອົງ​ດຽວ​ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ. ຂໍ​ໃຫ້​ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງ​ມີ​ແກ່​ພຣະອົງ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ທຸກ​ຍຸກ​ທັງ​ໃນ​ອະດີດ, ປັດຈຸບັນ ແລະ ສືບໆ​ໄປ​ເປັນນິດ! ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka