Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 8:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເລື່ອງ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ: ພວກເຮົາ​ຮູ້​ວ່າ “ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ມີ​ຄວາມຮູ້”. ແຕ່​ຄວາມຮູ້​ນັ້ນ​ເຮັດ​ໃຫ້​ອວດໂຕ ຂະນະ​ທີ່​ຄວາມຮັກ​ເສີມສ້າງ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 8:1
35 Jak'a apnaqawi uñst'ayäwi  

ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທົດລອງ​ພຣະເຈົ້າ​ໂດຍ​ເອົາ​ແອກ​ວາງ​ໃສ່​ຄໍ​ຂອງ​ພວກ​ຄົນຕ່າງຊາດ ເຊິ່ງ​ທັງ​ພວກເຮົາ ຫລື ບັນພະບຸລຸດ​ຂອງ​ພວກເຮົາ​ກໍ​ບໍ່​ສາມາດ​ທີ່​ຈະ​ແບກ​ໄດ້?


ພວກທ່ານ​ທັງຫລາຍ​ຈົ່ງ​ລະເວັ້ນ​ຈາກ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບ​ເຄົາລົບ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ເລືອດ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ໃຫ້​ລະເວັ້ນ​ຈາກ​ການ​ຜິດສິນທຳ​ທາງເພດ. ຖ້າ​ພວກທ່ານ​ລະເວັ້ນ​ຈາກ​ສິ່ງ​ເຫລົ່ານີ້ ພວກທ່ານ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ອຳລາ.


ສຳລັບ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ, ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ​ວ່າ​ໃຫ້​ພວກເຂົາ​ລະເວັ້ນ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາລົບ, ລະເວັ້ນ​ຈາກ​ການກິນ​ເລືອດ, ລະເວັ້ນ​ຈາກ​ການກິນ​ຊີ້ນສັດ​ທີ່​ຖືກ​ຮັດຄໍ​ຕາຍ ແລະ ລະເວັ້ນ​ຈາກ​ການ​ຜິດສິນທຳທາງເພດ”.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ຈົ່ງ​ຢູ່​ຮ່ວມກັນ​ດ້ວຍ​ຄວາມປອງດອງ ຢ່າ​ອວດອົ່ງຈອງຫອງ ແຕ່​ຈົ່ງ​ເຕັມໃຈ​ຄົບຫາສະມາຄົມ​ກັບ​ຄົນ​ທີ່​ມີ​ຖານະ​ທີ່​ຕ່ຳ ຢ່າ​ອວດອົ່ງທະນົງຕົນ.


ແລ້ວ​ເປັນຫຍັງ ພວກເຈົ້າ​ຈຶ່ງ​ຕັດສິນ​ພີ່ນ້ອງ​ຂອງ​ຕົນ? ຫລື ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໝິ່ນປະໝາດ​ພີ່ນ້ອງ​ຂອງ​ຕົນ? ເພາະວ່າ ພວກເຮົາ​ທຸກ​ຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະເຈົ້າ


ໃນ​ຖານະ​ຜູ້​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ເຮົາ​ແນ່ໃຈ​ຢ່າງ​ເຕັມທີ່​ວ່າ​ບໍ່​ມີ​ອາຫານ​ໃດ​ເປັນມົນທິນ​ໃນ​ໂຕ​ຂອງ​ມັນ​ເອງ, ແຕ່​ຖ້າ​ຜູ້ໃດ​ຖືວ່າ​ສິ່ງໃດ​ເປັນມົນທິນ ສິ່ງ​ນັ້ນ​ກໍ​ເປັນມົນທິນ​ສຳລັບ​ລາວ.


ເຫດສະນັ້ນ, ໃຫ້​ພວກເຮົາ​ພະຍາຍາມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ນຳ​ໄປ​ສູ່​ຄວາມ​ສະຫງົບສຸກ ແລະ ການເສີມສ້າງ​ເຊິ່ງກັນແລະກັນ.


ດັ່ງນັ້ນ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຊື່ອ​ກ່ຽວກັບ​ເລື່ອງ​ເຫລົ່ານີ້ ຈົ່ງ​ຢຶດຖື​ໄວ້​ເປັນ​ເລື່ອງ​ລະຫວ່າງ​ພວກເຈົ້າ​ເອງ​ກັບ​ພຣະເຈົ້າ. ຄວາມສຸກ​ມີ​ແກ່​ຜູ້​ທີ່​ບໍ່​ກ່າວ​ໂທດ​ຕົນ​ເອງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ວ່າ​ດີ.


ຄົນ​ທີ່​ກິນ​ທຸກ​ຢ່າງ​ກໍ​ຢ່າ​ໄດ້​ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ ຄົນ​ທີ່​ບໍ່​ກິນ​ກໍ​ຢ່າ​ໄດ້​ຕັດສິນ​ຄົນ​ທີ່​ກິນ ເພາະ​ພຣະເຈົ້າ​ໄດ້​ຍອມຮັບ​ພວກເຂົາ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ ເຮົາ​ແນ່ໃຈ​ວ່າ​ພວກເຈົ້າ​ເອງ​ບໍລິບູນ​ດ້ວຍ​ຄວາມດີ, ເຕັມ​ໄປ​ດ້ວຍ​ຄວາມຮູ້ ແລະ ສາມາດ​ສັ່ງສອນ​ກັນແລະກັນ​ໄດ້.


ເພາະ​ໃນ​ພຣະອົງ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ຄວາມຈະເລີນ​ຂຶ້ນ​ໃນ​ທຸກດ້ານ ຄື​ດ້ວຍ​ວາຈາ​ທຸກ​ປະເພດ ແລະ ດ້ວຍ​ຄວາມຮູ້​ທຸກຢ່າງ​ຂອງ​ພວກເຈົ້າ


ເຮົາ​ເວົ້າ​ກັບ​ຄົນ​ທີ່​ມີ​ສະຕິ; ຈົ່ງ​ພິຈາລະນາ​ສິ່ງ​ທີ່​ເຮົາ​ເວົ້າ​ນັ້ນ​ໂດຍ​ພວກເຈົ້າ​ເອງ.


ແຕ່​ຖ້າ​ມີ​ຜູ້ໃດ​ມາ​ບອກ​ພວກເຈົ້າ​ວ່າ, “ອາຫານ​ນີ້​ໄດ້​ຖືກ​ມອບ​ໃຫ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ”, ກໍ​ຢ່າ​ກິນ​ອາຫານ​ນັ້ນ, ເພື່ອ​ເຫັນ​ແກ່​ທັງ​ຄົນ​ທີ່​ບອກ​ພວກເຈົ້າ ແລະ ເຫັນ​ແກ່​ຈິດສຳນຶກ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຢຸດ​ຄິດ​ເໝືອນ​ຢ່າງ​ເດັກນ້ອຍ. ໃນ​ເລື່ອງ​ຄວາມຊົ່ວ​ຈົ່ງ​ເປັນ​ເໝືອນດັ່ງ​ເດັກອ່ອນ ແຕ່​ໃນ​ດ້ານ​ຄວາມຄິດ​ຈົ່ງ​ເປັນ​ເໝືອນ​ຜູ້ໃຫຍ່.


ຈົ່ງ​ກັບຄືນ​ມາ​ສູ່​ຄວາມ​ມີ​ສະຕິ​ຂອງ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ຄວນ​ຈະ​ເປັນ ແລະ ເຊົາ​ເຮັດ​ບາບ​ສາ; ເພາະ​ມີ​ບາງຄົນ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເລີຍ ການ​ທີ່​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ.


ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!


ມີ​ບາງຄົນ​ໃນ​ພວກເຈົ້າ​ກາຍ​ເປັນ​ຜູ້​ອວດດີ ເໝືອນ​ກັບ​ວ່າ​ເຮົາ​ຈະ​ບໍ່​ມາ​ຫາ​ພວກເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເວລານີ້​ເຮົາ​ໄດ້​ຍົກ​ເອົາ​ເລື່ອງ​ຂອງ​ເຮົາເອງ ແລະ ອາໂປໂລ​ມາ​ເວົ້າ​ນັ້ນ ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮຽນຮູ້​ຈາກ​ພວກເຮົາ​ເຖິງ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ກ່າວ​ວ່າ, “ຢ່າ​ໄປ​ໄກ​ກວ່າ​ສິ່ງ​ທີ່​ໄດ້​ຂຽນ​ໄວ້”. ແລ້ວ​ພວກເຈົ້າ​ຈະ​ບໍ່​ອວດອ້າງ​ໃນ​ການ​ເປັນ​ຜູ້ຕິດຕາມ​ຂອງ​ຄົນໜຶ່ງ​ໃນ​ພວກເຮົາ​ເພື່ອ​ຂັດແຍ້ງ​ກັບ​ຄົນ​ອື່ນ.


ແລະ ພວກເຈົ້າ​ກໍ​ພູມໃຈ! ແທນທີ່​ພວກເຈົ້າ​ຄວນ​ຈະ​ໂສກເສົ້າເສຍໃຈ ແລະ ຂັບໄລ່​ຄົນ​ທີ່​ເຮັດ​ເຊັ່ນນັ້ນ​ອອກຈາກ​ຄວາມສຳພັນ​ຂອງ​ພວກເຈົ້າ​ບໍ່ແມ່ນ​ບໍ?


ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ?


ຜູ້ໃດ​ທີ່​ຄິດ​ວ່າ​ຕົນເອງ​ຮູ້​ບາງສິ່ງ​ແລ້ວ ຜູ້​ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.


ດັ່ງນັ້ນ ເລື່ອງ​ການ​ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ​ນັ້ນ ພວກເຮົາ​ກໍ​ຮູ້​ຢູ່​ວ່າ “ຮູບເຄົາລົບ​ນັ້ນ​ບໍ່​ມີ​ຄວາມໝາຍ​ຫຍັງ​ໝົດ​ໃນ​ໂລກ” ແລະ “ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ”.


ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ມີ​ຄວາມຮູ້​ນີ້. ບາງຄົນ​ຍັງ​ຄຸ້ນເຄີຍ​ກັບ​ຮູບເຄົາລົບ ເມື່ອ​ພວກເຂົາ​ກິນອາຫານ​ນັ້ນ​ຈຶ່ງ​ຖືວ່າ​ເປັນ​ຂອງ​ບູຊາ​ແກ່​ພະທຽມ​ນັ້ນ ແລະ ເພາະ​ຈິດສຳນຶກ​ຂອງ​ພວກເຂົາ​ຍັງ​ອ່ອນ, ອາຫານ​ນັ້ນ​ຈຶ່ງ​ເປັນມົນທິນ.


ຈາກ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ໄດ້​ເຊື່ອມຕໍ່ ແລະ ຕິດ​ເຂົ້າກັນ​ໂດຍ​ເສັ້ນເອັນ​ທຸກ​ເສັ້ນ, ຈຶ່ງ​ເຕີບໃຫຍ່​ຂຶ້ນ ແລະ ເສີມສ້າງ​ຕົນ​ເອງ​ຂຶ້ນ​ໃນ​ຄວາມຮັກ, ຂະນະ​ທີ່​ແຕ່​ລະ​ສ່ວນ​ເຮັດ​ໜ້າທີ່​ຂອງ​ຕົນ.


ຢ່າ​ໃຫ້​ຜູ້ໃດ​ທີ່​ຊື່ນຊົມ​ກັບ​ການ​ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ການ​ຂາບໄຫວ້​ເທວະດາ​ເຮັດ​ໃຫ້​ພວກເຈົ້າ​ໝົດ​ສິດ​ຮັບ​ລາງວັນ. ຄົນ​ຢ່າງ​ນັ້ນ​ໄຝ່ຝັນ​ເຖິງ​ແຕ່​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ. ພວກເຂົາ​ອວດໂຕ​ຂຶ້ນ​ດ້ວຍ​ຄວາມຄິດ​ໄຮ້ສາລະ​ຕາມ​ຈິດໃຈ​ຝ່າຍ​ເນື້ອໜັງ.


ເຖິງປານນັ້ນ ເຮົາ​ມີ​ບາງ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ມີ​ບາງ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ຢຶດຖື​ຄຳສອນ​ຂອງ​ບາລາອາມ ເຊິ່ງ​ໄດ້​ສອນ​ບາຫລາກ​ໃຫ້​ຊັກຊວນ​ຊາວ​ອິດສະຣາເອນ​ໃຫ້​ເຮັດບາບ​ດ້ວຍ​ການ​ກິນອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ ແລະ ການ​ເຮັດ​ຜິດສິນທຳທາງເພດ.


ເຖິງປານນັ້ນ ເຮົາ​ກໍ​ມີ​ຂໍ້​ນີ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ທົນ​ຟັງ​ເຢເຊເບນ ແມ່ຍິງ​ທີ່​ເອີ້ນ​ຕົນເອງ​ວ່າ​ເປັນ​ຜູ້ທຳນວາຍ. ຄຳສອນ​ຂອງ​ນາງ​ເຮັດ​ໃຫ້​ຜູ້ຮັບໃຊ້​ຂອງ​ເຮົາ​ຫລົງ​ເຮັດ​ຜິດສິນທຳທາງເພດ ແລະ ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka