Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 7:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຢ່າ​ປະຕິເສດ​ການ​ຢູ່​ຮ່ວມກັນ​ເວັ້ນແຕ່​ຕົກລົງ​ກັນ​ຊົ່ວຄາວ ເພື່ອ​ພວກເຈົ້າ​ຈະ​ໄດ້​ອຸທິດ​ຕົນ​ເອງ​ໃນ​ການອະທິຖານ. ຫລັງຈາກນັ້ນ​ຈຶ່ງ​ມາ​ຢູ່​ຮ່ວມກັນ​ອີກ ເພື່ອ​ວ່າ​ຊາຕານ​ຈະ​ບໍ່​ລໍ້ລວງ​ພວກເຈົ້າ ເພາະ​ຂາດ​ການຄວບຄຸມ​ຕົນເອງ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຢ່າ​ປະຕິເສດ​ການ​ຢູ່​ຮ່ວມ​ກັນ ນອກຈາກ​ໄດ້​ຕົກລົງ​ກັນ​ກ່ອນ​ເປັນ​ການ​ຊົ່ວຄາວ ເພື່ອ​ອຸທິດ​ຕົນ​ໃນ​ການ​ພາວັນນາ​ອະທິຖານ ແຕ່​ຫລັງຈາກ​ນັ້ນ​ແລ້ວ ຈົ່ງ​ມາ​ຢູ່​ຮ່ວມ​ກັນ​ອີກ. ເພື່ອ​ພວກເຈົ້າ​ຈະ​ຮັກສາ​ຕົວ​ໄວ້ ບໍ່​ໃຫ້​ມານຊາຕານ​ຊັກຈູງ​ໃຫ້​ຫລົງ​ເຮັດ​ຜິດ ເພາະ​ຄວບຄຸມ​ຕົນເອງ​ບໍ່ໄດ້.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 7:5
11 Jak'a apnaqawi uñst'ayäwi  

ແຕ່​ຜີມານຮ້າຍ​ແບບ​ນີ້​ຈະ​ຂັບໄລ່​ບໍ່​ອອກ ເວັ້ນ​ແຕ່​ດ້ວຍ​ການອະທິຖານ ແລະ ຖືສິນອົດອາຫານ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ບໍ່​ແມ່ນ​ທຸກຄົນ​ສາມາດ​ຮັບ​ຄຳສັ່ງສອນ​ນີ້​ໄດ້, ເວັ້ນ​ແຕ່​ບັນດາ​ຜູ້​ທີ່​ພຣະເຈົ້າ​ໃຫ້​ເທົ່ານັ້ນ


ພຣະເຢຊູເຈົ້າ​ກ່າວ​ວ່າ, “ມານຊາຕານ, ຈົ່ງ​ໜີ​ໄປ​ຈາກ​ເຮົາ! ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ​ເທົ່ານັ້ນ’”.


ເມຍ​ບໍ່​ໄດ້​ມີ​ສິດອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ຍອມ​ມອບ​ຮ່າງກາຍ​ນັ້ນ​ໃຫ້​ເປັນ​ຂອງ​ຜົວ​ຂອງ​ນາງ. ໃນ​ທຳນອງ​ດຽວ​ກັນ, ຜົວ​ກໍ​ບໍ່​ມີ​ສິດອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ຍອມ​ມອບ​ຮ່າງກາຍ​ນັ້ນ​ໃຫ້​ເປັນ​ຂອງ​ເມຍ.


ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka