Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 6:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເຮົາ​ກ່າວ​ເຊັ່ນ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ. ເປັນ​ໄປ​ໄດ້​ບໍ​ທີ່​ບໍ່​ມີ​ຈັກ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ມີ​ປັນຍາ​ພໍ​ທີ່​ຈະ​ຕັດສິນ​ຄະດີຄວາມ​ໃນ​ລະຫວ່າງ​ບັນດາ​ຜູ້ທີ່ເຊື່ອ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເຮົາ​ກ່າວ​ດັ່ງນີ້ ກໍ​ເພື່ອ​ໃຫ້​ພວກເຈົ້າ​ເກີດ​ຄວາມ​ລະອາຍ​ໃຈ ໃນ​ພວກເຈົ້າ​ບໍ່ມີ​ຈັກ​ຄົນ​ໜຶ່ງ​ບໍ ທີ່​ມີ​ປັນຍາ​ພໍ​ທີ່​ຈະ​ສາມາດ​ຕັດສິນ​ຄວາມ​ລະຫວ່າງ​ພີ່ນ້ອງ?

Uka jalj uñjjattʼäta Copia luraña




1 ໂກຣິນໂທ 6:5
12 Jak'a apnaqawi uñst'ayäwi  

ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ອານາເນຍ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ລາວ​ໄດ້​ເຮັດ​ຕໍ່​ຜູ້​ບໍລິສຸດ​ຂອງ​ພຣະອົງ​ໃນ​ເຢຣູຊາເລັມ.


ທຳມະຊາດ​ຂອງ​ສິ່ງ​ເຫລົ່ານີ້​ບໍ່​ໄດ້​ສອນ​ພວກເຈົ້າ​ບໍ​ວ່າ ຖ້າ​ຜູ້ຊາຍ​ຈົ່ງ​ຜົມ​ຍາວ​ນັ້ນ​ກໍ​ໜ້າອັບອາຍ​ແກ່​ຕົນເອງ,


ຈົ່ງ​ກັບຄືນ​ມາ​ສູ່​ຄວາມ​ມີ​ສະຕິ​ຂອງ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ຄວນ​ຈະ​ເປັນ ແລະ ເຊົາ​ເຮັດ​ບາບ​ສາ; ເພາະ​ມີ​ບາງຄົນ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເລີຍ ການ​ທີ່​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ.


ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.


ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!


ທີ່​ເຮົາ​ຂຽນ​ມາ​ນີ້ ບໍ່ແມ່ນ​ເພື່ອ​ໃຫ້​ພວກເຈົ້າ​ອັບອາຍ ແຕ່​ເພື່ອ​ເຕືອນ​ພວກເຈົ້າ​ໃນ​ຖານະ​ລູກ​ທີ່​ຮັກ​ຂອງ​ເຮົາ.


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ມີ​ຂໍ້​ຂັດແຍ້ງ​ກັນ, ພວກເຈົ້າ​ກ້າ​ເອົາ​ຂໍ້​ຂັດແຍ້ງ​ນັ້ນ​ໄປ​ໃຫ້​ຄົນບໍ່ເຊື່ອ​ພຣະເຈົ້າ​ຕັດສິນ ແທນທີ່​ຈະ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັດສິນ​ບໍ່?


ເຫດສະນັ້ນ ຖ້າ​ພວກເຈົ້າ​ມີ​ການຜິດຖຽງກັນ​ໃນ​ເລື່ອງ​ດັ່ງກ່າວ​ນັ້ນ, ພວກເຈົ້າ​ຂໍ​ການຕັດສິນ​ຈາກ​ຄົນ​ເຫລົ່ານັ້ນ​ທີ່​ມີ​ວິຖີ​ຊີວິດ​ທີ່​ຖືກ​ດູໝິ່ນ​ໃນ​ຄຣິສຕະຈັກ​ບໍ?


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka