Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 5:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຈົ່ງ​ກຳຈັດ​ເຊື້ອ​ເກົ່າ​ອອກ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ແປ້ງນວດ​ກ້ອນ​ໃໝ່​ທີ່​ບໍ່​ມີ​ເຊື້ອ ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ແທ້ຈິງ. ເພາະ​ພຣະຄຣິດເຈົ້າ​ຜູ້​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຖວາຍບູຊາ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ດ້ວຍເຫດນັ້ນ ຈົ່ງ​ຊຳລະ​ບາບກຳ​ອັນ​ເປັນ​ເຊື້ອ​ເກົ່າ​ອອກ​ໄປ​ເສຍ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ເໝືອນ​ແປ້ງ​ນວດ​ກ້ອນ​ໃໝ່ ໂດຍ​ບໍ່ມີ​ເຊື້ອແປ້ງ​ແລ້ວ. ດ້ວຍວ່າ, ພຣະຄຣິດ​ຜູ້​ຊົງ​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ​ໄດ້​ຖືກ​ຂ້າ​ບູຊາ​ແລ້ວ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 5:7
19 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກ່າວ​ຄຳອຸປະມາ​ອີກ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ວ່າ: “ອານາຈັກ​ສະຫວັນ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ​ສາມສິບ​ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ, ເຊິ່ງ​ຕາມ​ທຳນຽມ​ຈະ​ຖວາຍ​ລູກແກະ​ປັດສະຄາ, ບັນດາ​ສາວົກ​ຂອງ​ພຣະເຢຊູເຈົ້າ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກຂ້ານ້ອຍ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໃຫ້​ທ່ານ​ຮັບປະທານ​ຢູ່​ທີ່​ໃດ?”


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ເມື່ອ​ເພິ່ນ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ລູກແກະ​ຂອງ​ພຣະເຈົ້າ!”


ໃນ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ​ກ່ອນ​ເທດສະການ​ປັດສະຄາ ເຊິ່ງ​ເປັນ​ເວລາ​ປະມານ​ທ່ຽງວັນ. ປີລາດ​ເວົ້າ​ກັບ​ພວກ​ຢິວ​ວ່າ, “ນີ້​ຄື​ກະສັດ​ຂອງ​ພວກທ່ານ”.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ເປັນ​ເຄື່ອງຖວາຍບູຊາໄຖ່ບາບ​ແກ່​ທຸກຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ໂລຫິດ​ຂອງ​ພຣະເຢຊູເຈົ້າ. ພຣະເຈົ້າ​ກະທຳ​ເຊັ່ນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ ເພາະ​ໂດຍ​ຄວາມ​ອົດກັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ລົງໂທດ​ພວກເຂົາ​ທີ່​ໄດ້​ເຮັດ​ບາບ​ກ່ອນໜ້າ​ນັ້ນ.


ເນື່ອງຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ຜູ້​ມີ​ຫລາຍ​ຄົນ​ຈຶ່ງ​ເປັນ​ກາຍ​ດຽວ​ກັນ ເພາະ​ພວກເຮົາ​ທຸກຄົນ​ຮ່ວມ​ກິນ​ເຂົ້າຈີ່​ກ້ອນ​ດຽວ​ກັນ.


ພຣະເຈົ້າ​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍນອກ​ເຫລົ່ານັ້ນ. “ຈົ່ງ​ຂັບໄລ່​ຄົນຊົ່ວຮ້າຍ​ອອກໄປ​ຈາກ​ທ່າມກາງ​ພວກເຈົ້າ”.


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ເທວະດາ​ເຫລົ່ານັ້ນ​ໄດ້​ກ່າວ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ລູກແກະ​ຂອງ​ພຣະເຈົ້າ, ຜູ້​ຖືກ​ຂ້າ, ຜູ້​ສົມຄວນ​ໄດ້​ຮັບ​ລິດອຳນາດ ແລະ ຄວາມ​ຮັ່ງມີ, ສະຕິປັນຍາ ແລະ ກຳລັງ ກຽດຕິຍົດ, ສະຫງ່າລາສີ ແລະ ຄຳສັນລະເສີນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka