Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 5:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ການ​ທີ່​ພວກເຈົ້າ​ອວດອ້າງ​ນັ້ນ ບໍ່​ເປັນ​ການ​ດີ​ເລີຍ ພວກເຈົ້າ​ກໍ​ຮູ້​ວ່າ ເຊື້ອແປ້ງ​ແຕ່​ໜ້ອຍ​ດຽວ ກໍ​ເຮັດ​ໃຫ້​ແປ້ງ​ນວດ​ຟູ​ຂຶ້ນ​ທັງ​ກ້ອນ​ໄດ້.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 5:6
12 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກ່າວ​ຄຳອຸປະມາ​ອີກ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ວ່າ: “ອານາຈັກ​ສະຫວັນ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ​ສາມສິບ​ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.


ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ 27 ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຈົ້າ​ຍອມ​ມອບ​ພວກເຈົ້າ​ເອງ​ໃຫ້​ເຊື່ອຟັງ​ຢ່າງ​ຂ້າທາດ​ຕໍ່​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ຂ້າທາດ​ຂອງ​ຜູ້​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ? ບໍ່​ວ່າ​ພວກເຈົ້າ​ຈະ​ເປັນ​ຂ້າທາດ​ຂອງ​ຄວາມບາບ ເຊິ່ງ​ນຳ​ໄປ​ສູ່​ຄວາມຕາຍ ຫລື ເປັນ​ຂ້າທາດ​ຂອງ​ການເຊື່ອຟັງ ເຊິ່ງ​ນຳໄປ​ສູ່​ຄວາມຊອບທຳ.


ຢ່າ​ໃຫ້​ພວກເຈົ້າ​ຫລົງຜິດ​ໄປ, “ການຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍນິໄສ”.


ດັ່ງນັ້ນ​ແຫລະ ຢ່າ​ໂອ້ອວດ​ເຖິງ​ຜູ້ນຳ​ທີ່​ເປັນ​ມະນຸດ​ອີກ​ເລີຍ! ດ້ວຍວ່າ ສິ່ງ​ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ​ແລ້ວ,


ແລະ ພວກເຈົ້າ​ກໍ​ພູມໃຈ! ແທນທີ່​ພວກເຈົ້າ​ຄວນ​ຈະ​ໂສກເສົ້າເສຍໃຈ ແລະ ຂັບໄລ່​ຄົນ​ທີ່​ເຮັດ​ເຊັ່ນນັ້ນ​ອອກຈາກ​ຄວາມສຳພັນ​ຂອງ​ພວກເຈົ້າ​ບໍ່ແມ່ນ​ບໍ?


“ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ”.


ຄຳສອນ​ຂອງ​ພວກເຂົາ​ຈະ​ແຜ່ລາມ​ເໝືອນດັ່ງ​ບາດແຜ​ເປື່ອຍເນົ່າ. ໃນ​ທ່າມກາງ​ພວກເຂົາ​ມີ​ຮີເມນາໂຢ ແລະ ຟີເລໂຕ,


ດັ່ງ​ທີ່​ເປັນ​ຢູ່, ພວກເຈົ້າ​ເວົ້າ​ໂອ້ອວດ​ໃນ​ຄວາມຍິ່ງ​ຈອງຫອງ​ຂອງ​ພວກເຈົ້າ. ການໂອ້ອວດ​ທັງໝົດ​ນັ້ນ​ເປັນ​ສິ່ງ​ຊົ່ວຮ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka