Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 5:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ດັ່ງນັ້ນ ເມື່ອ​ພວກເຈົ້າ​ທັງຫລາຍ​ໄດ້​ປະຊຸມ​ກັນ ແລະ ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ຮ່ວມ​ກັບ​ພວກເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຢູ່​ນໍາ​ດ້ວຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເມື່ອ​ພວກເຈົ້າ​ມາ​ປະຊຸມ​ກັນ ໃນ​ພຣະນາມ​ອົງ​ພຣະເຢຊູເຈົ້າ ແລະ​ໃຈ​ຂອງເຮົາ​ກໍ​ຮ່ວມ​ຢູ່​ດ້ວຍ ພ້ອມ​ທັງ​ຣິດອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 5:4
18 Jak'a apnaqawi uñst'ayäwi  

ເຮົາ​ຈະ​ມອບ​ກະແຈ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ເຈົ້າ, ສິ່ງ​ໃດ​ທີ່​ພວກເຈົ້າ​ຜູກມັດ​ໄວ້​ເທິງ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ຜູກມັດ​ໄວ້​ໃນ​ສະຫວັນ ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ແກ້​ໃນ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສະຫວັນ”.


ດ້ວຍວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ເຕົ້າໂຮມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນໃດ ເຮົາ​ກໍ​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ”.


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.


ຖ້າ​ພວກເຈົ້າ​ອະໄພ​ຄວາມບາບ​ຂອງ​ຜູ້ໃດ, ຜູ້​ນັ້ນ​ກໍ​ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ອະໄພ​ໃຫ້​ກັບ​ຜູ້ໃດ ພວກເຂົາ​ກໍ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ”.


ນາງ​ເຮັດ​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ. ໃນ​ທີ່​ສຸດ​ໂປໂລ​ກໍ​ເກີດ​ລຳຄານ​ຫລາຍ​ຈົນ​ເພິ່ນ​ຫັນ​ໄປ​ອ້ອມຮອບ ແລະ ສັ່ງ​ວິນຍານຊົ່ວ​ນັ້ນ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເຮົາ​ສັ່ງ​ໃຫ້​ວິນຍານຊົ່ວ​ນີ້​ຈົ່ງ​ອອກ​ມາ​ຈາກ​ໂຕ​ຂອງ​ນາງ!” ວິນຍານຊົ່ວ​ນັ້ນ​ກໍ​ອອກ​ຈາກ​ນາງ​ທັນທີ.


ເປໂຕ​ຈຶ່ງ​ເວົ້າ​ວ່າ, “ເງິນ ຫລື ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ. ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ, ຈົ່ງ​ຍ່າງ​ໄປ”.


ຂໍ​ຢຽດ​ມື​ຂອງ​ພຣະອົງ​ອອກ​ເພື່ອ​ຮັກສາ ແລະ ຂໍ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ”.


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


ເມື່ອ​ພວກເຈົ້າ​ຮຽກຮ້ອງ​ໃຫ້​ພິສູດ​ວ່າ​ພຣະຄຣິດເຈົ້າ​ກຳລັງ​ກ່າວ​ຜ່ານ​ທາງ​ເຮົາ. ພຣະອົງ​ບໍ່​ໄດ້​ອ່ອນແອ​ໃນ​ຄວາມສຳພັນ​ກັບ​ພວກເຈົ້າ ແຕ່​ເຕັມ​ດ້ວຍ​ລິດອຳນາດ​ຢູ່​ທ່າມກາງ​ພວກເຈົ້າ.


ການລົງໂທດ​ທີ່​ເກີດຂຶ້ນ​ກັບ​ລາວ​ໂດຍ​ຄົນ​ສ່ວນໃຫຍ່​ກໍ​ພຽງພໍ​ແລ້ວ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຢູ່​ສະເໝີ​ສຳລັບ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແລະ ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຮັດ ບໍ່​ວ່າ​ຈະ​ດ້ວຍ​ວາຈາ ຫລື ດ້ວຍ​ການກະທຳ ຈົ່ງ​ເຮັດ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ໂດຍ​ທາງ​ພຣະອົງ​ນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka