Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 5:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ສຳລັບ​ເຮົາ​ແລ້ວ, ເຖິງແມ່ນວ່າ ກາຍ​ຂອງ​ເຮົາ​ບໍ່​ໄດ້​ຢູ່​ນຳ, ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ. ເຮົາ​ໄດ້​ຕັດສິນ​ຄົນ​ທີ່​ເຮັດ​ຢ່າງນັ້ນ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ເໝືອນ​ກັບ​ວ່າ​ເຮົາ​ໄດ້​ຢູ່​ນໍາ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເຖິງ​ແມ່ນ​ວ່າ ເຮົາ​ບໍ່ໄດ້​ຢູ່​ກັບ​ພວກເຈົ້າ​ທາງ​ກາຍ, ແຕ່​ທາງ​ໃຈ​ຂອງເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ເຮົາ​ໄດ້​ຕັດສິນ​ລົງໂທດ​ຜູ້​ທີ່​ປະພຶດ​ຜິດ​ຢ່າງ​ນັ້ນ ເໝືອນ​ດັ່ງ​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 5:3
6 Jak'a apnaqawi uñst'ayäwi  

ແມ່ນ​ໜ້າທີ່​ຫຍັງ​ຂອງ​ເຮົາ​ທີ່​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍນອກ​ຄຣິສຕະຈັກ​ເຫລົ່ານັ້ນ? ພວກເຈົ້າ​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍໃນ​ເຫລົ່ານັ້ນ​ບໍ່​ແມ່ນ​ບໍ?


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ຄົນ​ເຊັ່ນນັ້ນ​ຄວນ​ເຂົ້າໃຈ​ວ່າ​ພວກເຮົາ​ເປັນ​ຢ່າງໃດ​ໃນ​ຈົດໝາຍ​ເມື່ອ​ພວກເຮົາ​ບໍ່​ຢູ່ ພວກເຮົາ​ກໍ​ຈະ​ເປັນ​ຢ່າງນັ້ນ​ໃນ​ການກະທຳ​ເມື່ອ​ພວກເຮົາ​ມາ.


ເຮົາ​ໄດ້​ໃຫ້​ຄຳເຕືອນ​ພວກເຈົ້າ​ໄວ້​ແລ້ວ​ເມື່ອ​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ເທື່ອ​ທີສອງ. ບັດນີ້ ເຮົາ​ຂໍ​ຢ້ຳ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ວ່າ: ເມື່ອ​ເຮົາ​ກັບມາ ເຮົາ​ຈະ​ບໍ່​ລະເວັ້ນ​ບັນດາ​ຜູ້​ທີ່​ໄດ້​ເຮັດບາບ​ກ່ອນ​ໜ້າ​ນີ້ ຫລື ຄົນ​ອື່ນໆ​ໃດ​ອີກ,


ເພາະ​ເຖິງແມ່ນວ່າ​ຮ່າງກາຍ​ຂອງ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ແລະ ມີ​ຄວາມຊື່ນຊົມຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາ​ກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ພວກເຮົາ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວໄລຍະໜຶ່ງ​ນັ້ນ (ໄປ​ແຕ່​ຮ່າງກາຍ​ສ່ວນ​ໃຈ​ຍັງ​ຢູ່) ດ້ວຍ​ຄວາມປາຖະໜາ​ຢ່າງ​ແຮງກ້າ​ທີ່​ຈະ​ພົບ​ພວກເຈົ້າ ພວກເຮົາ​ຈຶ່ງ​ພະຍາຍາມ​ເຮັດ​ທຸກ​ວິທີທາງ​ທີ່​ຈະ​ພົບ​ກັບ​ພວກເຈົ້າ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka