1 ໂກຣິນໂທ 5:2 - ພຣະຄຳພີລາວສະບັບສະໄໝໃໝ່2 ແລະ ພວກເຈົ້າກໍພູມໃຈ! ແທນທີ່ພວກເຈົ້າຄວນຈະໂສກເສົ້າເສຍໃຈ ແລະ ຂັບໄລ່ຄົນທີ່ເຮັດເຊັ່ນນັ້ນອອກຈາກຄວາມສຳພັນຂອງພວກເຈົ້າບໍ່ແມ່ນບໍ? Uka jalj uñjjattʼätaພຣະຄຳພີສັກສິ2 ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງອວດຕົວຂຶ້ນ ແທນທີ່ຈະເປັນທຸກຮ້ອນໃຈ ແລະຄົນຢ່າງນັ້ນຄວນຖືກຂັບໄລ່ອອກຈາກພວກເຈົ້າໄປເສຍ. Uka jalj uñjjattʼäta |
ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.