1 ໂກຣິນໂທ 5:11 - ພຣະຄຳພີລາວສະບັບສະໄໝໃໝ່11 ແຕ່ບັດນີ້ ເຮົາໄດ້ຂຽນມາເຖິງພວກເຈົ້າວ່າ ພວກເຈົ້າຕ້ອງບໍ່ໄປຄົບຫາກັບຄົນທີ່ອ້າງຕົນເອງວ່າເປັນພີ່ນ້ອງ ແຕ່ຍັງເຮັດຜິດສິນທຳທາງເພດ ຫລື ໂລບ, ເປັນຄົນຂາບໄຫວ້ຮູບເຄົາລົບ ຫລື ເປັນຄົນໃສ່ຮ້າຍປ້າຍສີຄົນອື່ນ, ເປັນຄົນຂີ້ເຫລົ້າ ຫລື ເປັນຄົນສໍ້ໂກງ. ຄົນແບບນີ້ບໍ່ສົມຄວນແມ່ນແຕ່ຈະຮ່ວມຮັບປະທານອາຫານນໍາ. Uka jalj uñjjattʼätaພຣະຄຳພີສັກສິ11 ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ, ແຕ່ຍັງເປັນຄົນຫລິ້ນຊູ້ ຄົນໂລບ ຄົນຂາບໄຫວ້ຮູບເຄົາຣົບ ຄົນເວົ້າຫຍາບຊ້າ ຄົນຂີ້ເຫລົ້າ ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ, ແມ່ນແຕ່ກິນເຂົ້າຮ່ວມພາ ກໍຢ່າຊູ່ກິນ. Uka jalj uñjjattʼäta |
ແລ້ວອານາເນຍກໍໄປ ແລະ ເຂົ້າໄປໃນເຮືອນນັ້ນ. ລາວໄດ້ວາງມືໃສ່ໂຊໂລ, ລາວເວົ້າວ່າ, “ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າຄືພຣະເຢຊູເຈົ້າ ຜູ້ທີ່ໄດ້ປາກົດແກ່ເຈົ້າລະຫວ່າງທາງທີ່ເຈົ້າກຳລັງມານັ້ນ ໄດ້ສົ່ງເຮົາມາເພື່ອວ່າເຈົ້າຈະໄດ້ເຫັນຮຸ່ງອີກ ແລະ ເພື່ອເຈົ້າຈະໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ”.