Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 5:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແຕ່​ບໍ່​ໄດ້​ໝາຍເຖິງ​ປະຊາຊົນ​ຂອງ​ໂລກ​ນີ້​ຜູ້​ທີ່​ຜິດສິນທຳ ຫລື ຜູ້​ທີ່​ມີ​ຄວາມໂລບ ແລະ ຜູ້​ທີ່​ສໍ້ໂກງ ຫລື ຜູ້​ທີ່​ຂາບໄຫວ້​ຮູບເຄົາລົບ. ໃນ​ກໍລະນີ​ນີ້ ພວກເຈົ້າ​ຈະ​ຕ້ອງ​ໄດ້​ອອກ​ຈາກ​ໂລກ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແຕ່​ເຮົາ​ບໍ່ໄດ້​ຫ້າມ​ຄົບ​ຫາ​ກັບ​ທຸກຄົນ​ໃນ​ໂລກ​ທີ່​ຫລິ້ນຊູ້ ຫລື​ຄົນ​ໂລບ, ຄົນ​ຂົ່ມຂູ່ ຫລື​ຄົນ​ຂາບໄຫວ້​ຮູບເຄົາຣົບ. ເພາະວ່າ ຖ້າ​ຫ້າມ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ຈະ​ຕ້ອງ​ໄດ້​ອອກ​ໄປ​ເສຍ​ຈາກ​ໂລກນີ້.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 5:10
18 Jak'a apnaqawi uñst'ayäwi  

ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


ຖ້າ​ພວກເຈົ້າ​ເປັນ​ຂອງ​ໂລກ. ໂລກ​ກໍ​ຈະ​ຮັກ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຂອງ​ມັນ. ແຕ່​ເພາະ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ໂລກ​ເພາະວ່າ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ໂລກ​ແລ້ວ. ດ້ວຍເຫດນີ້ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.


“ຂ້ານ້ອຍ​ໄດ້​ເປີດເຜີຍ​ພຣະອົງ​ແກ່​ບັນດາ​ຄົນ​ທັງຫລາຍ​ຈາກ​ໂລກ​ນີ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ. ພວກເຂົາ​ເປັນ​ຂອງ​ພຣະອົງ, ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ ແລະ ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ຂ້ານ້ອຍ​ອະທິຖານ​ເພື່ອ​ພວກເຂົາ. ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພວກເຂົາ​ເປັນ​ຂອງ​ພຣະອົງ.


ແຕ່​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມາ​ຈາກ​ເບື້ອງລຸ່ມ ເຮົາ​ມາ​ຈາກ​ເບື້ອງເທິງ. ພວກເຈົ້າ​ເປັນ​ຂອງ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ໄດ້​ເປັນ​ຂອງ​ຝ່າຍ​ໂລກ​ນີ້.


ຄົນ​ມີ​ປັນຍາ​ຢູ່​ໃສ? ຫລື ຄູສອນກົດບັນຍັດ​ຢູ່​ໃສ? ນັກປັດຊະຍາ​ຂອງ​ຄົນ​ຍຸກ​ນີ້​ຢູ່​ໃສ? ພຣະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ສະຕິປັນຍາ​ຂອງ​ໂລກ​ນີ້​ໂງ່​ບໍ?


ຖ້າ​ຄົນທີ່ບໍ່ເຊື່ອ​ບາງຄົນ​ເຊີນ​ພວກເຈົ້າ​ໄປ​ຮ່ວມ​ຮັບປະທານ​ອາຫານ ແລະ ພວກເຈົ້າ​ຕ້ອງການ​ຈະ​ໄປ ຈົ່ງ​ກິນ​ສິ່ງ​ທີ່​ວາງ​ຢູ່​ຕໍ່ໜ້າ​ພວກເຈົ້າ​ໂດຍ​ບໍ່​ຕ້ອງ​ຖາມ​ເຖິງ​ຈິດສຳນຶກ.


ແຕ່​ບັດນີ້ ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ຕ້ອງ​ບໍ່​ໄປ​ຄົບຫາ​ກັບ​ຄົນ​ທີ່​ອ້າງ​ຕົນເອງ​ວ່າ​ເປັນ​ພີ່ນ້ອງ ແຕ່​ຍັງ​ເຮັດ​ຜິດສິນທຳທາງເພດ ຫລື ໂລບ, ເປັນ​ຄົນ​ຂາບໄຫວ້​ຮູບເຄົາລົບ ຫລື ເປັນ​ຄົນ​ໃສ່ຮ້າຍປ້າຍສີ​ຄົນອື່ນ, ເປັນ​ຄົນ​ຂີ້ເຫລົ້າ ຫລື ເປັນ​ຄົນ​ສໍ້ໂກງ. ຄົນ​ແບບ​ນີ້​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຮ່ວມ​ຮັບປະທານ​ອາຫານ​ນໍາ.


ເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ​ເພື່ອ​ບໍ່​ໃຫ້​ຄົບຫາ​ກັບ​ຄົນ​ຜິດສິນທຳທາງເພດ


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຜູ້​ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາດສະຈາກ​ຄວາມຜິດ​ໃນ​ຍຸກ​ທີ່​ບິດເບືອນ ແລະ ຄົດໂກງ”. ແລ້ວ​ພວກເຈົ້າ​ຈະ​ສ່ອງສະຫວ່າງ​ທ່າມກາງ​ພວກເຂົາ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ


ພວກເຂົາ​ມາ​ຈາກ​ໂລກ ແລະ ເຫດສະນັ້ນ​ຈຶ່ງ​ເວົ້າ​ຕາມ​ມູມມອງ​ຂອງ​ໂລກ ແລະ ໂລກ​ກໍ​ຟັງ​ພວກເຂົາ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ ເພາະ​ຄວາມຮັກ​ມາ​ຈາກ​ພຣະເຈົ້າ. ທຸກຄົນ​ທີ່​ຮັກ​ກໍ​ໄດ້​ເກີດ​ຈາກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຈົ້າ.


ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ທົ່ວ​ໂລກ​ກໍ​ຕົກ​ຢູ່​ໃຕ້​ການຄວບຄຸມ​ຂອງ​ມານຊົ່ວຮ້າຍ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka