Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 4:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ເຮົາ​ເຫັນ​ວ່າ ພຣະເຈົ້າ​ໃຫ້​ພວກເຮົາ​ເປັນ​ອັກຄະສາວົກ​ທີ່​ສະແດງ​ຢູ່​ໃນ​ຕອນ​ທ້າຍ​ຂອງ​ຂະບວນ, ເໝືອນ​ຜູ້​ທີ່​ຖືກ​ລົງໂທດ​ໃຫ້​ເຖິງ​ຕາຍ​ໃນ​ສະໜາມ. ພວກເຮົາ​ໄດ້​ຖືກ​ເຮັດ​ໃຫ້​ເປັນ​ພາບ​ທີ່​ປາກົດ​ໃຫ້​ເຫັນ​ທົ່ວ​ຈັກກະວານ, ໃຫ້​ແກ່​ບັນດາ​ເທວະດາ ແລະ ໃຫ້​ແກ່​ມະນຸດ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເພາະ​ເຮົາ​ຄິດເຫັນ​ວ່າ, ພຣະເຈົ້າ​ໄດ້​ວາງ​ພວກເຮົາ​ຜູ້​ເປັນ​ອັກຄະສາວົກ​ໃຫ້​ຢູ່​ຫລ້າ​ສຸດ, ໃຫ້​ເປັນ​ດັ່ງ​ຄົນ​ທີ່​ຖືກ​ລົງໂທດ​ເຖິງ​ຕາຍ​ຕໍ່ໜ້າ​ສາທາ​ລະນະຊົນ ແລະ​ເປັນ​ຕົວລະຄອນ​ໃຫ້​ຈັກກະວານ, ໃຫ້​ຝູງ​ເທວະດາ ແລະ​ໃຫ້​ມະນຸດ​ເບິ່ງ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 4:9
21 Jak'a apnaqawi uñst'ayäwi  

ບໍ່​ດົນ​ກໍ​ເກີດ​ຄວາມວຸ້ນວາຍ​ທົ່ວ​ທັງ​ເມືອງ​ຂຶ້ນ. ປະຊາຊົນ​ໄດ້​ຈັບ​ໄຄໂຢ​ກັບ​ອາຣິດຕາໂຂ, ຜູ້​ເປັນ​ເພື່ອນ​ຮ່ວມ​ເດີນທາງ​ຂອງ​ໂປໂລ​ຈາກ​ແຂວງ​ມາເກໂດເນຍ ແລະ ພວກເຂົາ​ທັງໝົດ​ຈຶ່ງ​ຮີບ​ພາກັນ​ເຂົ້າໄປ​ໃນ​ໂຮງລະຄອນ.


ແມ່ນແຕ່​ເຈົ້າໜ້າທີ່​ບາງຄົນ​ຂອງ​ແຂວງ​ນັ້ນ ເຊິ່ງ​ເປັນ​ໝູ່​ຂອງ​ໂປໂລ​ກໍ​ສົ່ງ​ຂ່າວ​ມາ​ຂໍຮ້ອງ​ບໍ່​ໃຫ້​ເພິ່ນ​ເຂົ້າ​ໄປ​ໃນ​ໂຮງລະຄອນ​ນັ້ນ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ ພວກຂ້ານ້ອຍ​ຈຶ່ງ​ປະເຊີນ​ຄວາມຕາຍ​ໝົດ​ມື້​ຈົນ​ຄ່ຳ; ພວກຂ້ານ້ອຍ​ທັງຫລາຍ​ຖືກ​ຖື​ວ່າ​ເປັນເໝືອນ​ແກະ​ສຳລັບ​ເອົາ​ໄວ້​ຂ້າ”.


ຖ້າ​ພວກເຮົາ​ມີ​ຄວາມຫວັງ​ໃນ​ພຣະຄຣິດເຈົ້າ​ພຽງແຕ່​ເພື່ອ​ຊີວິດ​ນີ້​ເທົ່ານັ້ນ, ພວກເຮົາ​ກໍ​ໜ້າສົງສານ​ກວ່າ​ຄົນ​ທັງປວງ.


ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ບໍ? (ເຮົາ​ເສຍສະຕິ​ທີ່​ເວົ້າ​ແບບນີ້.) ເຮົາ​ເປັນ​ຫລາຍກວ່າ​ພວກເຂົາ​ອີກ. ເຮົາ​ໄດ້​ເຮັດ​ວຽກ​ໜັກ​ຫລາຍກວ່າ, ຖືກ​ຂັງ​ຄຸກ​ເລື້ອຍ​ຫລາຍກວ່າ, ຖືກ​ຂ້ຽນຕີ​ຢ່າງ​ໜັກ​ຫລາຍກວ່າ ແລະ ປະເຊີນ​ກັບ​ຄວາມຕາຍ​ຫລາຍ​ເທື່ອ.


ເປັນ​ທີ່​ຮູ້ຈັກ ແຕ່​ຖືກ​ຫາ​ວ່າ​ບໍ່​ມີ​ຜູ້ໃດ​ຮູ້ຈັກ; ກຳລັງ​ຈະ​ຕາຍ ແຕ່​ພວກເຮົາ​ກໍ​ຍັງ​ມີຊີວິດ​ຢູ່​ຕໍ່ໄປ; ຖືກ​ຂ້ຽນຕີ ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຕາຍ;


ເພື່ອ​ບໍ່​ໃຫ້​ຜູ້ໃດ​ຫວັ່ນໄຫວ​ໄປ​ກັບ​ການ​ກົດຂີ່ຂົ່ມເຫັງ​ເຫລົ່ານີ້. ພວກເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ພວກເຮົາ​ຖືກ​ກຳນົດ​ໄວ້​ແລ້ວ​ເພື່ອ​ການ​ນັ້ນ.


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ບາງເທື່ອ​ພວກເຈົ້າ​ກໍ​ຖືກ​ດູຖູກ ແລະ ຖືກ​ຂົ່ມເຫັງ​ຕໍ່ໜ້າ​ຄົນ​ທັງຫລາຍ, ບາງເທື່ອ​ພວກເຈົ້າ​ກໍ​ເຂົ້າ​ຢືນ​ຄຽງຂ້າງ​ບັນດາ​ຜູ້​ທີ່​ຖືກ​ປະຕິບັດ​ຢ່າງ​ນັ້ນ​ດ້ວຍ.


ບາງຄົນ​ປະເຊີນ​ກັບ​ການ​ເຢາະເຢີ້ຍ ແລະ ການ​ຂ້ຽນຕີ, ແມ່ນແຕ່​ບາງຄົນ​ກໍ​ຖືກ​ລ່າມໂສ້ ແລະ ຖືກ​ຂັງ​ຄຸກ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka