Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 4:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ! ພວກເຈົ້າ​ກໍ​ໄດ້​ກາຍເປັນ​ຜູ້​ຮັ່ງມີ​ແລ້ວ! ພວກເຈົ້າ​ໄດ້​ເລີ່ມຕົ້ນ​ເປັນ​ກະສັດ​ແລ້ວ ແລະ ໂດຍ​ທີ່​ບໍ່​ມີ​ພວກເຮົາ! ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັບ​ພວກເຈົ້າ​ເໝືອນກັນ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ​ໜໍ ພວກເຈົ້າ​ຮັ່ງມີ​ບໍຣິບູນ​ແລ້ວ​ໜໍ ພວກເຈົ້າ​ຂຶ້ນ​ເປັນ​ກະສັດ​ແລ້ວ, ທັງໆ​ທີ່​ພວກເຮົາ​ຍັງ​ບໍ່ໄດ້​ເປັນ ເຮົາ​ກໍ​ຢາກ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັນ​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 4:8
27 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ຂຶ້ນ​ໄປ​ຍັງ​ໂນນພູ​ແຫ່ງ​ໜຶ່ງ ແລະ ນັ່ງ​ລົງ​ຢູ່​ທີ່​ນັ້ນ. ພວກສາວົກ​ຂອງ​ພຣະອົງ​ກໍ​ພາກັນ​ມາ​ຫາ​ພຣະອົງ,


ວິບັດ​ມີ​ແກ່​ພວກເຈົ້າ​ທີ່​ອີ່ມເຕັມ​ຢູ່​ເວລາ​ນີ້, ເພາະວ່າ​ພວກເຈົ້າ​ຈະ​ອຶດຫິວ. ວິບັດ​ມີ​ແກ່​ພວກເຈົ້າ​ທີ່​ກຳລັງ​ຫົວ​ຂັວນ​ຢູ່​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໂສກເສົ້າ ແລະ ຮ້ອງໄຫ້.


ໂປໂລ​ຕອບ​ວ່າ, “ບໍ່ວ່າ​ໃນ​ເວລາ​ສັ້ນ ຫລື ຍາວ ຂ້ານ້ອຍ​ກໍ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ ບໍ່ແມ່ນ​ເພື່ອ​ທ່ານ​ເທົ່ານັ້ນ​ແຕ່​ຂໍ​ໃຫ້​ຄົນ​ທັງຫລາຍ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນ​ວັນນີ້​ເປັນ​ເໝືອນ​ຂ້ານ້ອຍ, ເວັ້ນໄວ້​ແຕ່​ການ​ຖືກ​ລ່າມ​ໂສ້​ຢ່າງນີ້”.


ເພາະ​ໂດຍ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ເຮົາ ເຮົາ​ຂໍ​ກ່າວ​ແກ່​ພວກເຈົ້າ​ທຸກຄົນ​ວ່າ: ຢ່າ​ຄິດ​ປະເມີນ​ຕົນ​ເອງ​ສູງ​ເກີນກວ່າ​ທີ່​ຄວນ ແຕ່​ຈົ່ງ​ຄິດ​ປະເມີນ​ຕົນ​ຢ່າງ​ມີ​ສະຕິ​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ແຕ່ລະຄົນ​ນັ້ນ.


ເພາະ​ໃນ​ພຣະອົງ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ຄວາມຈະເລີນ​ຂຶ້ນ​ໃນ​ທຸກດ້ານ ຄື​ດ້ວຍ​ວາຈາ​ທຸກ​ປະເພດ ແລະ ດ້ວຍ​ຄວາມຮູ້​ທຸກຢ່າງ​ຂອງ​ພວກເຈົ້າ


ມີ​ບາງຄົນ​ໃນ​ພວກເຈົ້າ​ກາຍ​ເປັນ​ຜູ້​ອວດດີ ເໝືອນ​ກັບ​ວ່າ​ເຮົາ​ຈະ​ບໍ່​ມາ​ຫາ​ພວກເຈົ້າ.


ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ?


ເຮົາ​ຫວັງວ່າ​ພວກເຈົ້າ​ຈະ​ອົດທົນ​ກັບ​ຄວາມໂງ່​ຂອງ​ເຮົາ​ຈັກໜ້ອຍໜຶ່ງ. ແມ່ນ​ແລ້ວ, ຂໍ​ຈົ່ງ​ອົດທົນ​ກັບ​ເຮົາ!


ເມື່ອໃດ​ກໍຕາມ​ທີ່​ພວກເຮົາ​ອ່ອນແອ ແຕ່​ພວກເຈົ້າ​ເຂັ້ມແຂງ ພວກເຮົາ​ກໍ​ຊື່ນຊົມຍິນດີ; ແລະ ພວກເຮົາ​ກໍ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຮັບ​ການຟື້ນຟູ​ຢ່າງ​ເຕັມທີ່.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ເຈົ້າ​ກ່າວ​ວ່າ, ‘ຂ້ອຍ​ຮັ່ງມີ; ຂ້ອຍ​ໄດ້​ຊັບສົມບັດ​ຫລວງຫລາຍ ແລະ ບໍ່​ຕ້ອງ​ການ​ສິ່ງໃດ​ເລີຍ’ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ຕົນເອງ​ເປັນ​ຄົນ​ໜ້າເວດທະນາ, ໜ້າສົງສານ, ຍາກຈົນ, ຕາບອດ ແລະ ເປືອຍກາຍ​ຢູ່.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ພວກເຂົາ​ຈະ​ປົກຄອງ​ເທິງ​ແຜ່ນດິນໂລກ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka