1 ໂກຣິນໂທ 4:6 - ພຣະຄຳພີລາວສະບັບສະໄໝໃໝ່6 ພີ່ນ້ອງທັງຫລາຍເອີຍ, ເວລານີ້ເຮົາໄດ້ຍົກເອົາເລື່ອງຂອງເຮົາເອງ ແລະ ອາໂປໂລມາເວົ້ານັ້ນ ກໍເພື່ອຜົນປະໂຫຍດຂອງພວກເຈົ້າ, ເພື່ອວ່າພວກເຈົ້າຈະໄດ້ຮຽນຮູ້ຈາກພວກເຮົາເຖິງຄວາມໝາຍຂອງຖ້ອຍຄຳທີ່ກ່າວວ່າ, “ຢ່າໄປໄກກວ່າສິ່ງທີ່ໄດ້ຂຽນໄວ້”. ແລ້ວພວກເຈົ້າຈະບໍ່ອວດອ້າງໃນການເປັນຜູ້ຕິດຕາມຂອງຄົນໜຶ່ງໃນພວກເຮົາເພື່ອຂັດແຍ້ງກັບຄົນອື່ນ. Uka jalj uñjjattʼätaພຣະຄຳພີສັກສິ6 ພີ່ນ້ອງທັງຫລາຍເອີຍ, ທີ່ເຮົາໄດ້ນຳເອົາເລື່ອງອາໂປໂລ ແລະເຮົາເອງມາກ່າວເປັນຕົວຢ່າງ ກໍເພື່ອຜົນປະໂຫຍດຂອງພວກເຈົ້າ ທີ່ຈະຮຽນຮູ້ເອົາຕາມແບບຢ່າງຂອງພວກເຮົາ ຄືຢ່າອອກນອກຂອບເຂດພຣະຄຳພີ, ຢ່າໃຫ້ຜູ້ໃດຜູ້ໜຶ່ງໃນພວກເຈົ້າມີໃຈຈອງຫອງ ໂດຍຍົກຜູ້ໜຶ່ງຂຶ້ນ ແລະຂົ່ມຜູ້ໜຶ່ງລົງ. Uka jalj uñjjattʼäta |
ເພາະຖ້າຜູ້ໃດມາຫາພວກເຈົ້າ ແລະ ເທດສະໜາເລື່ອງພຣະເຢຊູເຈົ້າຕ່າງຈາກທີ່ພວກເຮົາໄດ້ເທດສະໜາເລື່ອງພຣະເຢຊູເຈົ້າໄວ້ ຫລື ວ່າຖ້າພວກເຈົ້າຮັບວິນຍານອື່ນແຕກຕ່າງຈາກພຣະວິນຍານທີ່ພວກເຈົ້າເຄີຍໄດ້ຮັບ ຫລື ວ່າຂ່າວປະເສີດອື່ນແຕກຕ່າງຈາກທີ່ພວກເຈົ້າເຄີຍໄດ້ຮັບ, ພວກເຈົ້າກໍທົນຮັບສິ່ງເຫລົ່ານັ້ນໄດ້ງ່າຍດາຍແທ້ນໍ.
ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.