1 ໂກຣິນໂທ 4:5 - ພຣະຄຳພີລາວສະບັບສະໄໝໃໝ່5 ເຫດສະນັ້ນ ຢ່າຕັດສິນສິ່ງໃດກ່ອນເວລາທີ່ໄດ້ກຳນົດໄວ້; ຈົ່ງຄອຍຖ້າຈົນກວ່າອົງພຣະຜູ້ເປັນເຈົ້າມາ. ພຣະອົງຈະນຳເອົາສິ່ງທີ່ເຊື່ອງໄວ້ຢູ່ໃນຄວາມມືດມາສູ່ຄວາມສະຫວ່າງ ແລະ ຈະເປີດເຜີຍບັນດາແຮງຈູງໃຈທີ່ຢູ່ໃນໃຈ. ໃນເວລານັ້ນ ແຕ່ລະຄົນຈະໄດ້ຮັບຄຳຍ້ອງຍໍຈາກພຣະເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ5 ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ. Uka jalj uñjjattʼäta |
ແລະ ຂ້າພະເຈົ້າໄດ້ເຫັນບັນດາທີ່ຄົນຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍຢືນຢູ່ຕໍ່ໜ້າບັນລັງ ແລະ ໜັງສືຕ່າງໆກໍໄດ້ເປີດອອກ. ມີໜັງສືອີກເຫລັ້ມໜຶ່ງກໍໄດ້ເປີດອອກເໝືອນກັນ ເຊິ່ງເປັນໜັງສືແຫ່ງຊີວິດ. ຜູ້ທີ່ຕາຍແລ້ວກໍຖືກພິພາກສາຕາມການກະທຳທີ່ພວກເຂົາໄດ້ເຮັດຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫລົ່ານັ້ນ.